ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ
ຂອງທະຫານແຂວງໄຊສົມບູນ

     ໃນວັນທີ 28 ກັນຍາ 2018 ນີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປະກາດແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ
ການທະຫານ ຄັ້ງທໍາອິດຂຶ້ນ. ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະ
ຫານ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.


ພັນເອກ ວິຊຽນ ສີສະອາດ ເປັນປະທານປະກາດແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂອງທະຫານແຂວງໄຊສົມບູນ

     ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານຂັ້ນຮາກຖານຂອງກອງບັນຊາການທະຫານແຂວງ ໄຊສົມບູນ. ຕົກລົງແຕ່ງຕັ້ງ
ພັນໂທ ຄໍາອິ້ງ ກິ່ງແກ້ວ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊສົມບູນ ເປັນປະທານ, ພັນໂທ ໝອນຄໍາດວງ ສະຫວັນ ຫົວໜ້າຫ້ອງການ
ເມືອງເປັນຮອງປະທານ, ພັນຕີ ປະເສີດ ຊົ່ງຢົ່ວວ່າ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ປະຈໍາການ, ພັນໂທ ສຸກສະໄຫວ ພັນ
ທອງ ຫົວໜ້າຫ້ອງພະລາ, ພັນໂທ ບຸນເພັງ ຫຸມທະຈັກ ຫົວໜ້າພະແນກການເງິນ, ພັນຕີ ສະຫຼອງໄຊ ແກ້ວພິລະວົງ ຫົວໜ້າພະແນກອົບຮົມ ແລະ ພັນໂທ
ພູວຽງ ໄຊລາສີ ຫົວໜ້າພະແນກສູ້ຮົບ ເປັນຄະນະ.

     ໂອກາດດັ່ງກ່າວ ພັນເອກ ວິຊຽນ ສີສະອາດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຖືກແຕ່ງຕັ້ງ ແລະ
ພ້ອມກັນຍົກສູງພາລະບົດບາດຈັດຕັ້ງນຳພາບັນຊາຮັດແໜ້ນຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ ເພື່ອ
ນຳພາກົມກອງ ກໍຄືກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ມີແບບແຜນວິທະຍາສາດຂຶ້ນເປັນກ້າວໆ.