ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບ ເຮືອນຊົງລາວ ຢູ່ອະນຸສອນສະຖານປະທານໂຮ່ຈີມິນ

     ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ
ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ທັງເປັນການຈາລຶກຄຸນງາມຄວາມດີຂອງປະທານ ໂຮ່ ຈີ ມິນ ຜູ້ນຳ
ທີ່ຍິ່ງໃຫຍ່, ນັກຮົບຜູ້ກ້າແກ່ນຂອງຂະບວນການກຳມະກອນສາກົນ ແລະ ຂະບວນການປົດປ່ອຍຊາດ, ຂະບວນການສັນຕິພາບ ແລະ ກ້າວໜ້າໃນໂລກ ທີ່
ເປັນແວ່ນແຍງອັນໃສແຈ້ງໃນການເສຍສະຫຼະຢ່າງບໍ່ມີຂອບເຂດໃຫ້ແກ່ຄວາມເປັນເອກະລາດຂອງຊາດ, ຄວາມຜາສຸກຂອງປະຊາຊົນຫວຽດນາມບັນດາເຜົ່າ
ແລະ ຄວາມວັດທະນາຖາວອນຂອງປະເທດຊາດນັ້ນ, ດັ່ງນັ້ນໃນລະຫວ່າງ ວັນທີ 28-30 ກັນຍາ 2017 ນີ້, ຕາງໜ້າໃຫ້ພັກ-ລັດຖະບານແຫ່ງ ສປປ ລາວ
ຄະນະຜູ້ແທນແຫ່ງ ສປປ ລາວ ນຳໂດຍ ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບ ເຮືອນຊົງລາວ ຢູ່ເຂດອະນຸສອນສະຖານປະທານ ໂຮ່ ຈີ ມິນ ທີ່ຕາແສງກິມລຽນ
ເມືອງນາມດ່ານ ແຂວງເງະອານ ສສ ຫວຽດນາມ ແລະ ຕາງໜ້າໃຫ້ພັກ-ລັດຖະບານ ສສ ຫວຽດນາມ ໂດຍແມ່ນ ສະຫາຍ ພົນໂທ ເຈີນ ເດີ່ນ ກຳມະການ
ຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ.


ທັງສອງຝ່າຍ ລາວ-ຫວຽດນາມ ເຊັນບົດບັນທຶກ ມອບ-ຮັບ ເຮືອນຊົງລາວ ຢູ່ອະນຸສອນສະຖານປະທານ ໂຮ່ ຈີ ມິນ

     ໃນພິທີ ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄືກະຊວງປ້ອງກັນປະເທດແຫ່ງ ສປປ
ລາວ ໄດ້ກ່າວມອບເຮືອນຊົງລາວ ເພື່ອເປັນທີ່ລະນຶກໃຫ້ແກ່ເຂດອະນຸສອນສະຖານປະທານ ໂຮ່ ຈີ ມິນ ເປັນບ່ອນວາງສະແດງວັດຖຸກຳຕ່າງໆທີ່ກ່ຽວພັນເຖິງ
ປະທານ ໂຮ່ ຈີ ມິນ ແລະ ກ່ຽວພັນເຖິງສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ, ເປັນບ່ອນເຕົ້າໂຮມ
ຄວາມສາມັກຄີປອງດອງຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີສິ່ງໃດແບ່ງແຍກໄດ້, ທັງເປັນບ່ອນພົບປະເພື່ອນມິດສະຫາຍ ແລະ ເປັນບ່ອນທີ່
ຊາວໜຸ່ມລາວ-ຫວຽດນາມ ຮຸ່ນຫຼັງເຂົ້າມາຢ້ຽມຊົມ ແລະ ສຶກສາຮໍ່າຮຽນມູນເຊື້ອຄວາມສາມັກຄີແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຈາກ
ນັ້ນຜູ້ຕາງໜ້າລັດຖະບານຫວຽດນາມໄດ້ກ່າວຮັບ ແລະ ເຊັນບົດບັນທຶກມອບ-ຮັບເຮືອນຊົງລາວ ພ້ອມທັງມອບຕໍ່ໃຫ້ການນຳແຂວງເງະອານ ແລະ ຮ່ວມ
ກັນຕັດແຖບຜ້ານຳໃຊ້ຢ່າງເປັນທາງການ.