ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ສ້າງໄດ້ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານເພີ່ມຂຶ້ນ 4 ໜ່ວຍພັກ


ກມທ ສ້າງໄດ້ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ໃນສົກປີ 2017 ຜ່ານມານີ້, ທົ່ວກົມໃຫຍ່ການເມືອງກອງທັບ ສາມາດສ້າງກົມກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານໄດ້ 1 ຄະນະ
ພັກຮາກຖານ ແລະ 24 ໜ່ວຍພັກ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 4 ໜ່ວຍພັກ ເທົ່າກັບ 11,11%, ໃນນັ້ນ ໄດ້ຮັບທຸງໄຊມີ 3 ໜ່ວຍພັກ, ໄດ້ຮັບໃບຍ້ອງ
ຍໍກົມໃຫຍ່ການເມືອງກອງທັບ, ມີ 3 ໜ່ວຍພັກ, ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດມີ 05 ໜ່ວຍພັກ ແລະ ຮັກສາໄດ້ນາມະຍົດກອງຮາກຖານເຂັ້ມ
ແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານໄດ້ຫຼາຍສະໄໝຕິດຕໍ່ກັນ ໃນນັ້ນໄດ້ 10 ສະໄໝຕິດຕໍ່ກັນ ມີ 2 ໜ່ວຍພັກ: ໜວ່ຍພັກກົມຈັດຕັ້ງ, ໜ່ວຍພັກກົມປ້ອງ
ກັນພາຍໃນ, 9 ສະໄໝຕິດຕໍ່ກັນ ມີ 1 ໜ່ວຍ ພັກຄື: ໜ່ວຍພັກຫ້ອງການກົມໃຫຍ່ການເມືອງກອງທັບ, 7 ສະໄໝຕິດຕໍ່ກັນ ມີ 6 ໜ່ວຍພັກ: ໜ່ວຍພັກ
ກົມພະນັກງານ, ໜ່ວຍພັກກົມກໍ່ສ້າງຮາກຖານ, ໜ່ວຍພັກຫ້ອງການເມືອງ, ໜ່ວຍພັກຫ້ອງການກຳມະບານ, ໜ່ວຍພັກຫ້ອງການຊາວໜຸ່ມ, ໜ່ວຍພັກ
ຫ້ອງການສະຫະພັນແມ່ຍິງກອງທັບ, 5 ສະໄໝຕິດຕໍ່ກັນ ມີ 1 ໜ່ວຍພັກ: ໜ່ວຍພັກກົມປະກັນສັງຄົມ, 4 ສະໄໝຕິດຕໍ່ກັນ ມີ 2 ໜ່ວຍພັກ: ໜ່ວຍພັກ
ອົງການໄອຍະການທະຫານຂັ້ນສູງ, ໜ່ວຍພັກພະແນກສຽງ-ອົບຮົມປະດິດແຕ່ງກອງສິລະປະກອນກອງທັບ, 3 ສະໄໝຕິດຕໍ່ກັນ ມີ 3 ໜ່ວຍພັກມີ: ໜ່ວຍ
ພັກກົມນະໂຍບາຍ, ຫໍສະໝຸດກອງທັບ, ກອງພັນ 160, 2 ສະໄໝຕິດຕໍ່ກັນມີ 3 ໜ່ວຍພັກມີ: ໜ່ວຍພັກກົມໂຄສະນາອົບຮົມ, ກອງຄຸ້ມຄອງລົດ, ພະ
ແນກດົນດີກອງສິລະປະກອງກອງທັບ ແລະ 1 ສະໄໝ ຮັບຮອງໃໝ່ 1 ຄະນະພັກຮາກຖານ ມີ 6 ໜ່ວຍ ພັກຄື: ຄະນະພັກຮາກຖານກົມປ້ອງກັນພາຍໃນ,
ກອງພັນ 987, ກອງ 989, ກອງ 933, ສານທະຫານຂັ້ນສູງ, ໜ່ວຍພັກແຜນການສັງລວມຫ້ອງການບໍ ລິຫານ ແລະ ໜ່ວຍພັກພະແນກບໍລິຫານກອງ
ສິລະປະກອນກອງທັບ.

     ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກມທ ໄດ້ໃຫ້ຮູ້ວ່າ: ການປັບປຸງກໍ່ສ້າງພັກໃນປີຜ່ານມາຄະນະພັກຮາກຖານ-ຄະນະໜ່ວຍພັກໄດ້
ເອົາໃຈ ໃສ່ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ, ແນວຄິດເຮັດໃຫ້ແຕ່ລະໜ່ວຍພັກກົມກອງໃຫ້ມີຄວາມສະຫງົບ, ໃນການປັບປຸງກໍ່ສ້າງພັກ, ໄດ້ຖືເອົາຄຸນະ
ພາບ ເປັນກົກເອົາປະລິມານເປັນສໍາຄັນຕາມ 5 ຫຼັກການ 3 ທິດນໍາ ຂອງພັກຢ່າງເຂັ້ມງວດ ເຊິ່ງຜ່ານການສ້າງຂະບວນການກໍ່ ສ້າງກົມກອງເຂັ້ມແຂງ-ໜ່ວຍ
ພັກຮູ້ນໍາພາຮອບດ້ານຕົວຈິງ ສາມາດຕີລາຄາແບ່ງປະເພດສະມາຊິກພັກແຂງຮອບດ້ານ 75,05%, ແຂງດ້ານໃດ-ດ້ານໜຶ່ງ 15,58% ແລະ ກາງ 8%.

     ກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານທົ່ວຄະນະພັກກົມໃຫຍ່ການເມືອງກອງ
ທັບ ໄດ້ຈັດຂຶ້ນ ໃນວັນທີ 02 ສິງຫາ 2018 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາກຳມະການຄະນະພັກ, ຄະນະພັກກົມໃຫຍ່ການເມືອງກອງທັບ, ບັນດາຄະນະພັກ
ຄະນະບັນຊາພະນັກງານສະມາຊິກພັກທົ່ວ ກມທ ເຂົ້າຮ່ວມ.

     ໂອກາດນີ້ກໍໄດ້ຈັດຕັ້ງມອບໃບຢັ້ງຢືນ ແລະ ທຸງໄຊໃຫ້ກົມກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນໍາພາຮອບດ້ານໃຫ້ບັນດາກົມກອງທີ່ໄດ້ຮັບການຄັດ
ເລືອກເປັນກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ເປັນກຽດຂຶ້ນມອບໂດຍສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງພ້ອມດ້ວຍຄະນະຕາມລໍາ
ດັບ.   

     ໂອກາດນີ້ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກໍມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການກໍ່ສ້າງໜ່ວຍພັກ
ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນເງື່ອນໄຂໃໝ່ໃຫ້ຖືກຕ້ອງ ເຊິ່ງມີຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ, ເອົາໃຈໃສ່ເພີ່ມທະວີບົດບາດການ
ນຳພາຂອງພັກສາມາດເປັນແກນນໍາໃນລະບົບການເມືອງຢູ່ໃນກອງທັບຢ່າງແທ້ຈິງ, ພ້ອມກັນນັ້ນກໍຕ້ອງເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ
ທີ X ຂອງພັກ, ມະຕິກອງປະຊຸມ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ເນື້ອໃນກອງປະຊຸມຄັ້ງນີ້ໃຫ້ປາກົດຜົນເປັນຈິງ ເຮັດໃຫ້ຂະບວນ
ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງ ຄະນະພັກ-ຄະນະບັນຊາທຸກຂັ້ນ ເປັນໜ້າທີ່ຂອງພະນັກງານ,
ສະມາຊິກພັກທັງເປັນຂະບວນການແຂ່ງຂັນທີ່ຟົດຟື້ນ ແລະ ມີປະສິດທິຜົນດີກວ່າເກົ່າ.