ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

     ພິທີຕ້ອນຮັບການໄປຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 2 ສິງ
ຫານີ້, ໂດຍແມ່ນສະຫາຍ ພົນໂທ ເລືອງເກື່ອງ ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນຜູ້ຕ້ອນຮັບ.


ພົນຕີ ວິໄລ ຫຼ້າຄຳຟອງ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

     ນີ້ເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ໃນຖານະຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ
ເປັນການຕອບສະໜອງການມາຢ້ຽມຢາມລາວເມື່ອເດືອນ ກໍລະກົດ ປີ 2016 ຂອງສະຫາຍ ພົນໂທ ເລືອງ ເກື່ອງ.

     ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ມີຂຶ້ນທ່າມກາງບັນຍາກາດຂອງປີສາມັກຄີຮ່ວມມື ລາວ-ຫວຽດນາມ, ຫວຽດ
ນາມ-ລາວ ຈັດກິດຈະກຳຫຼາຍຢ່າງເພື່ອສະເຫຼີມສະຫຼອງສອງວັນ ປະຫວັດສາດຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານ ຄົບຮອບ 40
ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ.

     ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍກໍໄດ້ພົບປະເຈລະຈາກັນ. ໃນກອງປະຊຸມພົບປະ ສະຫາຍ ພົນໂທ ເລືອງເກື່ອງ ໄດ້ສະແດງຄວາມຊົມເຊີຍຕໍ່ການມາ
ຢ້ຽມຢາມຫວຽດນາມຄັ້ງນີ້ຂອງສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ພ້ອມທັງຊີ້ບອກວ່າ: ການຢ້ຽມຢາມດັ່ງກ່າວຈະເປັນການປະກອບສ່ວນເຂົ້າໃນການເພີ່ມ
ທະວີສາຍພົວພັນພິເສດລະຫວ່າງສອງປະເທດເວົ້າລວມ ແລະ ການຮ່ວມມືດ້ານປ້ອງກັນຊາດ ເວົ້າສະເພາະເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ສະ
ຫາຍ ພົນໂທ ເລືອງເກື່ອງ ໄດ້ຕີລາຄາສູງຕໍ່ການເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງບັນດາອົງການທີ່ເປັນເສນາທິການໃນການສ້າງກິດຈະກຳສະເຫຼີມ
ສະຫຼອງ “ປີສາມັກຄີມິດຕະພາບຫວຽດ ນາມ-ລາວ, ລາວ-ຫວຽດນາມ 2017” ເຊິ່ງພົ້ນເດັ່ນແມ່ນໄດ້ຈັດຕັ້ງການພົບປະກັນ 4 ຄັ້ງ ຢູ່ 4 ບ່ອນລະຫວ່າງ
ອະດິດນັກສຶກສາທີ່ຈົບການສຶກສາຢູ່ບັນດາສະຖາບັນການທະຫານຢູ່ຫວຽດນາມ, ຈັດຕັ້ງການພົບປະແລກ ປ່ຽນບົດຮຽນຊາວໜຸ່ມກອງທັບຂອງສອງປະ
ເທດຢູ່ທີ່ແຂວງດຽນບຽນ, ຈັດຕັ້ງແຂ່ງຂັນສິລະປະວັນນະຄະດີ, ຂຽນບົດຂຽນກາບກອນສັນລະເສີນຄວາມສາມັກຄີສູ້ຮົບ 3 ຊາດອິນດູຈີນ ລາວ-ຫວຽດ
ນາມ-ກຳປູເຈຍ ແລະ ອື່ນໆ. ໃນຕໍ່ໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມຈະສົ່ງຄະນະສິລະປະກອນ 3 ຄະນະມາສະແດງຮັບໃຊ້ປະຊາຊົນ
ແລະ ພະນັກງານ-ທະຫານຢູ່ບາງກົມກອງ ແລະ ທ້ອງຖິ່ນຂອງລາວຕາມຄຳເຊີນຂອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ສະຫາຍຫົວໜ້າກົມໃຫຍ່
ການເມືອງກອງທັບປະຊາຊົນຫວຽດນາມ ຊີ້ວ່າ: ນີ້ຄືການເຄື່ອນໄຫວທີ່ມີຄວາມໝາຍເລິກເຊິ່ງ ມີອະນຸພາບແຜ່ຂະຫຍາຍເປັນວົງກວ້າງ ແລະ ຜ່ານອັນນີ້
ເປັນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ພ້ອມກັນນັ້ນກໍເປັນການໂຄສະນາສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມຂອງກອງທັບ ຂອງສອງປະ
ເທດໄດ້ເຂົ້າໃຈເລິກເຊິ່ງຕື່ມອີກກ່ຽວກັບຄວາມສາມັກຄີມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເປັນການສ້າງພື້ນຖານໜັກ
ແໜ້ນທາງດ້ານການເມືອງ, ປ້ອງກັນ ແລະ ຕ້ານທຸກກົນອຸບາຍມ້າງເພສາຍພົວພັນລະຫວ່າງ ລາວ-ຫວຽດນາມ ຂອງກຳລັງອິດທິປໍລະປັກ.

     ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ຢືນຢັນວ່າ: ການເຄື່ອນໄຫວດ້ານວຽກງານພັກ-ວຽກງານການ ເມືອງລະຫວ່າງສອງກອງທັບ ລາວ-ຫວຽດນາມ
ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນ ເຊິ່ງໄດ້ຮັບການກະຕຸກຊຸກຍູ້ ແລະ ເອົາໃຈໃສ່ຈາກຂັ້ນນຳພັກ-ລັດ ແລະ ກອງທັບຂອງສອງປະເທດ ສະຫາຍ
ເຊື່ອວ່າສາຍພົວພັນທີ່ດີລະຫວ່າງສອງກອງທັບຈະໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງ, ສະຖຽນລະ
ພາບຂອງແຕ່ລະປະເທດ, ກອງທັບຂອງສອງປະເທດຕ່າງກໍຢຶດໝັ້ນໃນການນຳພາຂອງພັກມີບົດບາດສຳຄັນໃນການປ້ອງກັນ ແລະ ຕ້ານກົນອຸບາຍຂອງສັດ
ຕູທີ່ຫວັງທຳລາຍຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ.