ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ແລະ ວາງທິດທາງ 6 ເດືອນທ້າຍປີ 2017


ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2017

     ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນ
ຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2017 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ
ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຢ່າງ
ພ້ອມພຽງ.


ພັນໂທ ບຸນມີ ແກ້ວວົງສາ ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2017

     ໂອກາດນີ້, ສະຫາຍ ພັນໂທ ບຸນມີ ແກ້ວວົງສາ ຫົວໜ້າຫ້ອງການກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບໃນໄລຍະ
ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນທາງດ້ານວຽກງານສຶກສາການ ເມືອງ-ນຳພາແນວຄິດ, ວຽກງານປັບປຸງກໍ່ສ້າງພັກ, ວຽກງານພະນັກງານ, ວຽກງານອົງການຈັດ
ຕັ້ງມະຫາຊົນ, ວຽກງານຫ້ອງການ, ວຽກງານບໍລິຫານ, ວຽກງານການເງິນ ແລະ ວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານປະຫວັດສາດການທະຫານ
ຊີ້ນຳຂຽນບົດສຳມະນາວິທະຍາສາດ, ບົດປະຫວັດສາດມູນເຊື້ອຂອງກົມກອງ-ທ້ອງຖິ່ນ, ພະນັກງານອາວຸໂສເຊັ່ນ: ບົດສຳມະນາວິທະຍາສາດບັ້ນຮົບຜາຖີ່ ປີ
1968, ປະຫວັດສາດມູນເຊື້ອກົມໃຫຍ່ພະລາທິການກອງທັບ, ວິທະຍາຄານເຕັກນິກ, ກອງພົນທີ 3, ກອງພັນ 605, ກອງພັນໃຫຍ່ 407, ໂຮງຮຽນນາຍ
ສິບເລກ I ນ້ຳຖ້ວມ, ປະຫວັດການເຄື່ອນໄຫວຂອງທ່ານ ພົນໂທ ໄອ່ ສຸລິຍະແສງ, ປັບປຸງປະຫວັດສາດມູນເຊື້ອກອງບັນຊາການແຂວງບໍ່ແກ້ວ, ວິທະຍາ
ຄານພະລາທິການ, ປັບປຸງກວດແກ້ປຶ້ມບັ້ນເຄື່ອນໄຫວບຸກໂຈມຕີປົດປ່ອຍແຂວງສາລະວັນ ປີ 1970, ຊີ້ນຳໂຄງການກໍ່ສ້າງອານຸສອນສະຖານກອງຮ້ອຍໄຊ
ຈັກກະພັດ, ກອງເຈົ້າຟ້າງຸ່ມ, ປັກຫຼັກໝາຍຢູ່ຂົວຫີນເຫີບ, ສາລາພູຄູນ, ກອງພັນທີ 2 ຜ່າວົງປິດລ້ອມ ແລະ ສຸສານນັກຮົບນິລະນາມຢູ່ແຂວງອຸດົມໄຊ;
ວຽກງານວິທະຍາສາດການທະຫານ ໄດ້ຈັດຕັ້ງຝຶກອົບຮົມການນຳໃຊ້ຄອມພິວເຕີ-ອິນເຕີເນັດ, ລົງເຜີຍແຜ່ວຽກງານສິ່ງແວດລ້ອມຢູ່ 2 ແຂວງ (ແຂວງ
ຫຼວງພະບາງ ແລະ ແຂວງວຽງຈັນ), ລົງເກັບກຳຂໍ້ມູນວຽກງານສິ່ງແວດລ້ອມຢູ່ບັນດາວິທະຍາຄານ, ໂຮງໝໍ, ໂຮງງານຂອງກອງທັບ (ພາກເໜືອ), ຊີ້ນຳ
ຂຽນປຶ້ມຄູ່ມືວັດຈະນານຸກົມສັບການທະຫານ, ປຶ້ມຄູ່ມືວຽກງານເສນາທິການຂັ້ນຍຸດທະວິທີ ຍຸດທະບັ້ນຮົບ-ຍຸດທະສາດ ແລະປ້ອງກັນບໍລິເວນ, ໄດ້ອອກ
ແບບ ແລະ ຜະລິດປືນສົ່ງລະເບີດ 40 ເລົາ, ຕິດຕັ້ງອຸປະກອນ ແລະ ກ້ອງສ່ອງ, ຢາງຮັດກົ້ນປືນໃສ່ປືນສົ່ງລະເບີດ C8, ດັດແປງລະບົບຍິງຂອງປືນສົ່ງລະ
ເບີດ A50M ເປັນລະບົບກົນໄກຂອງຈະຣວດ FAE ແລະ ຕິດຕັ້ງໝໍ່ໄຟໃສ່ລົດເບແອມ 14 ແລະ ເບແອມ 21, ສ້າງລົດໄຟຟ້າຕົວແບບ, ປັບປຸງດັດແກ້
ລະບົບເຄື່ອນທີ່ຂອງຫຸ່ນຍົນເກັບກູ້ລະເບີດຂະໜາດນ້ອຍ; ວຽກງານຂໍ້ມູນ-ຂ່າວສານ ສະຫຼຸບຂ່າວປະຈຳອາທິດ, ປະຈຳເດືອນ, ໄຕມາດ ຮັບໃຊ້ການນຳ 576
ສະບັບ, ຂຽນຂ່າວລົງໜັງສືພິມກອງທັບ 48 ຂ່າວ, ວິທະຍຸ-ໂທລະພາບ 19 ຂ່າວ, ອັບໂຫຼດຂ່າວລົງເວັບໄຊ້ຂອງກະຊວງ 425 ຂ່າວ, ວາລະສານໄຕມາດ
I, ໄຕມາດ II ລວມ 3.000 ຫົວ ຈັດສົ່ງໃຫ້ບັນດາກົມກອງ 89 ຫົວໜ່ວຍ; ວຽກງານຍຸດທະສາດການທະຫານ ຊີ້ນຳໂຄງການຮ່ວມມືວຽກງານກັບສະຖາ
ບັນຍຸດທະສາດການທະຫານ ສສ ຫວຽດນາມ, ໂຄງການສົມທົບເສດຖະກິດກັບບັນດາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ,
ເກັບກຳຂໍ້ມູນຂຽນປຶ້ມນະໂຍບາຍປ້ອງກັນຊາດ; ວຽກງານການຕ່າງປະເທດ ເຂົ້າຮ່ວມກອງປະຊຸມວຽກງານ NADI ຢູ່ບັນດາປະເທດຄື: ປະເທດຟິລິປິນ, ປະ
ເທດໄທ ແລະ ປະເທດສິງກະໂປ, ຕ້ອນຮັບຜູ້ແທນກົມການເມືອງ-ກົມໃຫຍ່ເສນາທິການກອງທັບ ສສ ຫວຽດນາມ, ຜູ້ແທນກົມເຕັກນິກ-ຂ່າວສານ ສສ
ຫວຽດນາມ, ຜູ້ແທນສະຖາບັນຍຸດທະສາດປ້ອງກັນຊາດ ສສ ຫວຽດນາມ, ນອກນັ້ນຄະນະຜູ້ແທນກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້
ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມ ວິທະຍາສາດການທະຫານ ສສ ຫວຽດນາມ. ສຳລັບທິດທາງແຜນການໃນຕໍ່ໜ້າແມ່ນຈະໄດ້ຈັດຕັ້ງປະຕິບັດ
ຕາມແຜນການຄາດໝາຍໃຫ້ໄດ້ຮັບໝາກຜົນສູງ.


ພັນເອກ ວຽງໄຊ ສົມວິຈິດ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2017

     ຕອນທ້າຍ ພັນເອກ ວຽງໄຊ ສົມວິຈິດ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍພະນັກ
ງານ-ນັກຮົບຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳຕໍ່ວຽກງານດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ປັບປຸງແບບແຜນວິທີເຮັດວຽກງານ
ຊີ້ນຳຂອງຂັ້ນເທິງວາງອອກ ໃຫ້ຖືກກັບກົດລະບຽບຂອງພັກ ກົດໝາຍຂອງລັດ, ເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ ແບ່ງວຽກໃຫ້ບຸກຄົນຮັບ
ຜິດຊອບຖືເປັນບັນຫາສຳຄັນ ຕິດພັນກັບສະຕິຕໍ່ການຈັດຕັ້ງ, ສືບຕໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ສ້າງກອງ 3 ປອດ, ສືບຕໍ່ສ້າງຂະບວນການ
ເຮັດໜ້າທີ່ການເມືອງຢ່າງເປັນຂະ ບວນຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງກອງທັບ, ພ້ອມກັນສ້າງກົມກອງໃຫ້ມີໃບໜ້າອັນໃໝ່
ຂຶ້ນເລື້ອຍໆ.