ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປົດປ່ອຍປະຊາຊົນຈີນ ສຶບຕໍ່​ມາ​ມອບ​ເຄື່ອງ​ອຸປະກອນ​ການ​ແພດ​
ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ


ມອບ​ເຄື່ອງ​ອຸປະກອນ​ການ​ແພດໃຫ້​ ກະຊວງ​ປ້ອງ​ກັນ​ປະ​ເທດ

     ວັນທີ 2 ມິຖຸນາ ນີ້, ສະຫາຍ ພັນເອກ ພິເສດ ເສີນ ຢົງຈີງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປຈີນ ປະຈໍາສປປ ລາວ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ ກອງທັບປົດປ່ອຍ
ປະຊາຊົນຈີນ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃຫ້ ກະຊວງປ້ອງກັນປະເທດ, ຕາງໜ້າກ່າວຮັບໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າ ກົມເສນາຮັກ,
ເຂົ້າຮ່ວມເປັນສັກຂີພະຍານໂດຍສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ກັບນໍ້າ
ຢາໄວຣັສແທກກວດເຊື້ອ ຈໍານວນ 100 ກັບ, ເຄື່ອງກວດອາຊິດນິວເຄລຍແບບອັດຕະໂນມັດ ຈໍານວນ 1 ໜ່ວຍ, thermo fisher scientific(100uL) ຈຳນວນ 200 ກັບ,
thermo fisher scientific (200 uL) ຈໍານວນ 200 ກັບ, thermo fisher scientific (10 uL) ຈໍານວນ 200 ກັບ, PCR ຊຸດ 8 ທໍ່ ຈໍານວນ 20 ຖົງ, ຫຼອດສໍາລັບ
ເຄື່ອງໝູນຫວ່ຽງ ຈໍານວນ 50 ຖົງ, ກັບເກັບຮັກສາຕົວຢ່າງ 100 ກັບ, ເອທານອນ ບໍ່ມີນໍ້າ ຈໍານວນ 60 ແກ້ວ, ນໍ້າ ( ບໍ່ມີສານເຫຼົ້າ ) ຈໍານວນ 5 ແກ້ວ, ກັບນໍ້າຢາແທກຕົວຕ້ານຂອງ
ໂຄວິດ-19 ຈໍານວນ 100 ກັບ, ຫຼອດເກັບເລືອດແບບສູນຍາກາດທີ່ໃຊ້ໄດ້ເທື່ອດຽວ ຈໍານວນ 10.000 ອັນ ລວມທັງໝົດ 15 ລາຍການ.

     ໂອກາດນີ້ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ໄດ້ກ່າວແດງຄວາມຂອບໃຈຕໍໍ່
ສະຫາຍ ພັນເອກ ພິເສດ ເສີນ ຢົງຈີງ ພ້ອມດ້ວຍ ຄະນະທີ່ໄດ້ນໍາເອົາເຄື່ອງມາຊ່ວຍເຫຼືອຕ້ານພະຍາດ ໂຄວິດ-19 ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ເປັນຫ່ວງເປັນໃຍຕໍ່ສຸຂະ
ພາບຂອງນາຍ ແລະ ພົນທະຫານ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ພວມຜະເຊີນໜ້າກັບພະຍາດ ໂຄວິດ-19 ແລະ ທັງເປັນການສະແດງເຖິງການຮ່ວມມືຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນຂອງສອງ ກອງທັບ ລາວ-ຈີນ, ຈີນ-ລາວ ພ້ອມຍັງສັນຍາວ່າຈະນໍາເອົາອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.