ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະມາຄົມທີ່ປຶກສາທູດຝ່າຍປ້ອງກັນຊາດຕ່າງປະເທດ
ປະຈຳ ສປປ ລາວ ຢ້ຽມຢາມກອງພົນທີ 5 ແລະ ທະຫານແຂວງຈຳປາສັກ


ຢູ່ກອງບັນຊາການທະຫານແຂວງຈຳປາສັກ

     ວັນທີ 2 ເມສາ 2019 ນີ້, ຄະນະທູດສະມາຄົມທີ່ປຶກສາທູດຝ່າຍປ້ອງກັນຊາດເຄື່ອນໄຫວຢ້ຽມຢາມກອງພົນທີ 5 ເຊິ່ງນຳພາຄະນະໂດຍ ທ່ານ ພັນເອກ ສີພັນ ພັນທະ
ລາວົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ບຸນທັນ ມາບຸດສະດີ ຫົວໜ້າການເມືອງກອງພົນທີ 5, ມີ ທ່ານ ພັນເອກ ວັນທອງ ບຸດ
ຕະວົງ ຫົວໜ້າການທະຫານກອງພົນທີ 5 ພ້ອມດ້ວຍຄະນະນຳກອງພົນເຂົ້າຮ່ວມ.

     ໂອກາດດັ່ງກ່າວ ທ່ານ ພັນເອກ ວັນທອງ ບຸດຕະວົງ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບທີ່ຕັ້ງພາລະບົດບາດຂອງກົມກອງໃຫ້ຄະນະສະມາຄົມທູດຝ່າຍປ້ອງກັນຊາດ
ຊາບ ເຊິ່ງກອງພົນທີ 5 ແມ່ນກົມກອງໜຶ່ງທີ່ຂຶ້ນກັບກະຊວງປ້ອງກັນປະເທດເປັນເສນາທິການຮັບປະກັນເຮັດໃຫ້ສະພາບໃນຂອບເຂດຮັບຜິດຊອບຂອງຕົນມີຄວາມສະຫງົບ
ພ້ອມກັນນັ້ນ, ກົມກອງກໍຍັງມີໜ້າທີ່ກຽມພ້ອມຕ້ານ ແລະ ກອບກູ້ໄພພິບັດ ດັ່ງເຫດການຄູກັ້ນນຳ້ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກໃນປີຜ່ານມາ, ກົມກອງກໍໄດ້ຮີບ
ຮ້ອນຈັດຕັ້ງກຳລັງ ແລະ ພາຫະນະເຂົ້າຮ່ວມກອບກູ້ຊ່ວຍເຫຼືອພໍ່ແມ່ປະຊາຊົນໄດ້ທ່ວງທັນກັບສະພາບການ, ນອກນັ້ນຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມ
ເຂັ້ມແຂງທາງດ້ານການເມືອງແນວຄິດ ແລະ ຊີ້ນຳອົບຮົມຫັດແອບຍົກລະດັບສິລະປະຍຸດ-ຍຸດທະວິທີໃຫ້ພະນັກງານ-ນັກຮົບ ເພື່ອກຽມພ້ອມປົກປັກຮັກສາປະເທດຊາດ.

     ໂອກາດນີ້, ທ່ານ ພັນເອກ ໂມດ ມາມັດ ອາມຸດ ທີ່ປຶກສາທູດຝ່າຍປ້ອງກັນຊາດປະເທດມາເລເຊຍ ທັງເປັນຫົວໜ້າຄະນະສະມາຄົມທູດຝ່າຍປ້ອງກັນຊາດຕ່າງປະເທດ
ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະນຳກອງພົນທີ 5 ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍມິດຕະພາບຕໍ່ຄະນະສະມາຄົມທູດຝ່າຍ
ປ້ອງກັນຊາດໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງການມາຢ້ຽມຢາມເພື່ອເປັນການເສີມສ້າງການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນລາວ ກັບ ບັນດາປະເທດສະມາຊິກ
ອາຊຽນ ແລະ ບັນດາປະເທດທີ່ມີຫ້ອງການປ້ອງກັນຊາດປະຈຳລາວ ແລະ ວ່າການຢູ່ຕ່າງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ໂອກາດດັ່ງກ່າວຄະນະສະມາຄົມທູດຝ່າຍປ້ອງ
ກັນຊາດຍັງໄດ້ມອບຄອມພິວເຕີໂນດບຸກ ຈຳນວນ 1 ເຄື່ອງໃຫ້ກອງພົນທີ 5 ອີກດ້ວຍ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນຄະນະສະມາຄົມທູດຝ່າຍປ້ອງກັນຊາດຕ່າງປະເທດປະຈຳ ສປປ ລາວ ຍັງໄດ້ໄປຢ້ຽມຢາມກອງບັນຊາການທະຫານແຂວງ
ຈຳປາສັກ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ ແລະ ທ່ານ ພັນເອກ ບຸນມາກ
ວິລະວົງ ຫົວໜ້າການເມືອງ ພ້ອມດ້ວຍຄະນະ.