ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານນະຄອນຫຼວງເປີດຊຸດອົບຮົມ-ຫັດແອບໃຫ້ທະຫານໃໝ່

     ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບໃຫ້ທະຫານໃໝ່ ໃນຕອນເຊົ້າຂອງວັນທີ 29 ມີນາ 2017 ນີ້,
ໂດຍການເຂົ້າຮ່ວມເປັນປະທານຂອງ ພັນເອກ ສາຍໃຈ ກົມມະສິດ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ມີ ພັນເອກ ສີ ທະວີໄຊ ຫົວໜ້າ
ການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກກົມໂຮງຮຽນກົມໃຫ່ຍເສນາທິການກອງທັບ, ກົມອົບຮົມ ພ້ອມບັນດາສະ
ຫາຍຄະນະຫ້ອງພະແນກການ, ພະນັກງານຄູ-ອາຈານ ແລະອ້າຍນ້ອງທະຫານໃໝ່ເຂົ້າຮ່ວມ.


ພັນເອກ ສາຍໃຈ ກົມມະສິດ ເປັນປະທານ ພິທີເປີດຊຸດອົບຮົມ-ຫັດແອບໃຫ້ທະຫານໃໝ

     ພັນໂທ ຄຳປະສົງ ວົງພູທອນ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການ
ອະນຸມັດການເຝິກອົບຮົມທະຫານໃໝ່ ສະບັບເລກທີ 511/ກສນ ລົງວັນທີ13/03/2017 ຈາກນັ້ນ ພັນໂທ ໂອໄທ ພັນນະພາ ຮອງຫົວໜ້າຫ້ອງເສນາທິ
ການທະຫານນະຄອນຫຼວງວຽງຈັນ ຂຶ້ນຜ່ານແຜນການເຝິກອົບຮົມໃຫ້ທະຫານໃໝ່ ປະຈຳປີ 2017 ຈຳນວນ 395 ສະຫາຍຕາມເນື້ອໃນຂອງແຜນການ
ນັ້ນ ເຊີ່ງຈະໄດ້ດໍາເນີນໄປເປັນເວລາ 90 ວັນ, ມີພາກການເມືອງ 4 ວັນ, ພາກການທະຫານ 54 ວັນ ແລະພາກພະລາທິການ 4 ວັນ ໃນນັ້ນຈະໄດ້ເຝິກ
ແອບຮໍ່າຮຽນທາງພາກທິດສະດີ ແລະພາກປະຕິບັດຕົວຈິງໃນດ້ານສິນລະປະຍຸດ-ຍຸດທະວິທີໃຫ້ຄ່ອງແຄ້ວຊຳນິຊຳນານດ້ານທ່າຈັງຫວະ ຮູ້ໜູນໃຊ້ເຂົ້າໃນ
ວຽກງານຕົວຈິງຂອງກົມກອງ, ຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ແລະສູ້ຮົບໃນທຸກກໍລະນີທີ່ເກີດຂຶ້ນໃຫ້ທັນເວລາ ແລະທັງເປັນການປັບປຸງແບບ
ແຜນເຝິກຝົນຫຼໍ່ຫຼອມກຳລັງແຮງກາຍໃຫ້ທະຫານໃໝ່ມີຄວາມໜັກແໜ້ນເຂັ້ມແຂງໃຫ້ສົມກັບທີ່ຊາດ ແລະປະຊາຊົນມອບໝາຍໃຫ້ ເຮັດໜ້າທີ່ເປັນຮົ້ວ
ປ້ອງກັນຊາດທີ່ເຂັ້ມແຂງຂອງປະເທດຊາດ.

     ໂອກາດນີ້, ຫົວໜ້າກົມກຳລັງພົນ ກົມໃຫ່ຍເສນາທິການກອງທັບ ກໍໃຫ້ກຽດຂຶ້ນກ່າວໂອ້ລົມຕໍ່ພະນັກງານ-ນັກຮົບ ໂດຍໄດ້ເນັ້ນໜັກບາງບັນຫາທີ່ສຳ
ຄັນ ເພື່ອຮັບຮູ້ເຂົ້າໃຈແຈ້ງຕໍ່ໜ້າທີ່ຂອງຕົນ, ໜ້າທີ່ຂອງພົນທະຫານໃນກອງທັບປະຊາຊົນລາວ ສຳຄັນກໍແມ່ນການເຝິກແອບຮໍ່າຮຽນດ້ານຄວາມຮູ້ພື້ນຖານ
ທາງການທະຫານຖືເປັນຫຼັກຂອງກຳລັງປະກອບອາວຸດ ເພື່ອເຮັດໜ້າທີ່ກຽມພ້ອມສູ້ຮົບຕາມຄຳສັ່ງຂອງຂັ້ນເທິງ ພ້ອມກັນນັ້ນ ສະຫາຍກໍໄດ້ຮຽກຮ້ອງໃຫ້
ບັນດາອ້າຍນ້ອງທະຫານໃໝ່ ຈົ່ງພ້ອມກັນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮັບປະກັນສາມາດປະຕິບັດໄດ້ໃນກົມກອງ, ຮັກສາຄວາມສາມັກ
ຄີພາຍໃນໃຫ້ແໜ້ນແຟ້ນມີຄວາມເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະກັນ ໄປຄຽງຄູ່ກັບການເອົາໃຈໃສ່ເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່
ເພື່ອສຳເລັດຊຸດອົບຮົມ-ຫັດແອບນີ້ມີຜົນສຳເລັດຕາມລະດັບຄາດໝາຍ.