ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານການຮັບໃຊ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ

     ໃນວັນທີ 31 ມີນາ 2017 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ
ປະກອບສ່ວນທາງດ້ານວັດຖຸປັດໄຈອຸປະຖຳໃຫ້ແກ່ການຮັບໃຊ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10 ແລະກອງປະຊຸມປິ່ນອ້ອມອື່ນໆ
ທີ່ກອງທັບປະຊາຊົນລາວເປັນເຈົ້າພາບໃນປີ 2016, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ມີຄະນະພັກ-ຄະນະບັນຊາ, ຕົວແທນບັນດາກົມກອງ, ບຸກຄົນອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ປະດັບຫຼຽນປະເພດຕ່າງໆໃຫ້ກົມກອງລວມໝູ່-ບຸກຄົນ ແລະບັນດາບໍລິສັດຕ່າງໆ

     ການຍ້ອງຍໍບັນດາກົມກອງລວມໝູ່-ບຸກຄົນ ແລະບັນດາບໍລິສັດຕ່າງໆທີ່ມີ ຜົນງານດີເດັ່ນໃນການຮັບໃຊ້ກອງປະຊຸມດັ່ງກ່າວມີດັ່ງນີ້: ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະດັບຫຼຽນໄຊແຮງງານ ຊັ້ນ II ແລະຊັ້ນ III ໃຫ້ແກ່ອານຸກຳມະການປ້ອງກັນຊາດດັ່ງນີ້:
ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ຈຳນວນ 307 ທ່ານ ແລະ08 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ຈຳນວນ 656 ທ່ານ ແລະ05 ກົມກອງ,
ນາຍົກລັດຖະມົນຕີອອກດຳລັດປະດັບຫຼຽນກາແຮງງານໃຫ້ອານຸກຳມະການປ້ອງກັນຊາດ ຈຳນວນ 792 ທ່ານ ແລະໃບຍ້ອງຍໍຈຳນວນ 1.006 ທ່ານ ແລະ
23 ກົມກອງ, ກະຊວງປ້ອງກັນປະເທດຕົກລົງປະດັບຫຼຽນໄຊພິລາດອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ 11 ກົມກອງ, ບຸກຄົນ 220 ສະຫາຍ, ປະດັບ
ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ກົມກອງລວມໝູ່ 13 ກົມກອງ, ບຸກຄົນ 310 ສະຫາຍ, ສະເໜີໃບຍ້ອງຍໍກະຊວງປ້ອງກັນປະເທດຈຳນວນ 262 ສະ
ຫາຍ, ຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈຳນວນ 142 ສະຫາຍ ແລະກະຊວງປ້ອງກັນປະເທດຕົກລົງປະດັບຫຼຽນໄຊພິລາດອາດຫານຊັ້ນ I ໃຫ້ແກ່ບໍລິ
ສັດ ສະກາຍໂທລະຄົມ ແລະປະດັບຫຼຽນໄຊພິລາດອາດຫານຊັ້ນ II ໃຫ້ 3 ບໍລິສັດ ແລະ1 ທະນາຄານຄື: ບໍລິສັດລາວສະຕາໂທລະຄົມ, ບໍລິສັດລັດວິສາ
ຫະກິດພັດທະນາກະສິກຳ-ອຸດສາຫະກຳ, ບໍລິສັດລາວເດີນອາກາດ, ທະນາຄານ ST Bank ແລະປະດັບຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ 2 ບໍລິສັດຄື:
ບໍລິສັດພັດທະນາຊົນນະບົດໃໝ່ ແລະບໍລິສັດວິສາຫະກິດກໍ່ສ້າງ ແລະຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ.

     ເປັນກຽດປະດັບຫຼຽນປະເພດຕ່າງໆໂດຍ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະມີຄະນະນຳກະຊວງປ້ອງກັນປະເທດອີກ
ຈຳນວນໜຶ່ງ.

     ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບຄວາມໝາຍຄວາມສຳຄັນຂອງການເປັນປະທານອາຊຽນ, ຜົນສຳເລັດ, ຜົນປະໂຫຍດ
ລວມທີ່ພວກເຮົາໄດ້ຈາກການເປັນປະທານອາຊຽນໃນປີ 2016 ແລະອື່ນໆອີກທີ່ປິ່ນອ້ອມໄດ້ຮັບຜົນສຳເລັດຕາມລຳດັບຄາດໝາຍທີ່ວາງໄວ້.