ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ, ຄວບຄຸມ
ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19


ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າ ກົມເສນາຮັກກົມໃຫຍ່ພະລາທິການກອງທັບ

     ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ-19 ໃນ ສປປລາວ ກໍຄືກອງ
ທັບນັບ ແຕ່ວັນທີ 1 ເມສາ ຫາວັນ ທີ 30 ມັງກອນ 2021 ໄດ້ຈັດກອງ​ປະຊຸມຂຶ້ນໃນວັນທີ 1 ກຸມພາ 2021 ນີ້, ຢູ່ທີ່ສູນບັນຊາ ກະຊວງປ້ອງກັນປະເທດ
ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີບັນດາຕາງໜ້າຄະນະສະເພາະ
ກິດ, ອານຸກໍາມະການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ດຣ ໂນສັກ ພັນທະລາດ ຫົວໜ້າພະແນກ- ແຜນການ ກົມເສນາຮັກ ໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບ
ຄຸມ ແລະ ແກ້ໄຂການແຜ່ລະບາດ ພະຍາດ ໂຄວິດ-19 ໃນໄລຍະຜ່ານມາຄະນະສະເພາະກິດ ກະຊວງປ້ອງກັນປະເທດ ກໍໄດ້ອອກແຈ້ງການເຖິງສໍານັກງານອົງ
ການທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນເປັນເຈົ້າການຜັນຂະຫຍາຍ ບັນດາມາດຕະການປ້ອງກັນຄວບຄຸມແກ້ໄຂ ແລະ ສະກັດ ກັ້ນການລະບາດພະຍາດ
ໂຄວິດ-19 ຕາມມາດຕະການຂອງ ຄະນະສະເພາະກິດລະດັບຊາດ,  ຜ່ານການຈັດຕັ້ງປະຕິບັດມາດຕະການ ແລະ ບັນດາແຈ້ງການຕ່າງໆ ນັບແຕ່ຕົ້ນເດືອນ
ເມສາມາຮອດປັດຈຸບັນ ສາມາດປະຕິບັດໄດ້ດັ່ງນີ້: ໄດ້ຈັດຕັ້ງຮັບສ່ອງແສງ-ລາຍງານສະພາບຢູ່ສູນບັນຊາ ເພື່ອລາຍງານສະພາບປະຈໍາວັນ, ໄດ້ກະກຽມສະ
ຖານທີ່ຮອງຮັບຄົນເຈັບ, ປະກອບອຸປະກອນການແພດ ແລະ ແຕ່ງຕັ້ງທິມແພດຢູ່ ໂຮງໝໍສູນກາງ 103 ກອງທັບ ແລະ 4 ໂຮງໝໍບໍລິເວນ ພ້ອມທັງອົບຮົມ
ເຕັກນິກວິຊາການໃຫ້ທິມງານແພດໝໍ ດ້ານວິຊາການ ແລະ ການປ້ອງກັນຕົນເອງເວລາປະຕິບັດໜ້າທີ່, ປັບປຸງຫ້ອງວິເຄາະສໍາລັບກວດຫາເຊື້ອພະຍາ ໂຄ
ວິດ-19 ຢູ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດຊື້ອຸປະກອນປ້ອງກັນພະຍາດຈໍານວນໜຶ່ງ ແລະ ໄດ້ຮັບການຊ່ວຍເຫຼືອ-ອຸປະຖໍາ ຈາກພາຍໃນ ແລະ ຕ່າງ
ປະເທດຈໍານວນໜຶ່ງ, ສ້າງແຜນ ແລະ ແຈກຢາຍໃຫ້ບັນດາອົງການກົມກອງ ຢ່າງທົ່ວເຖິງເປັນຕົ້ນແມ່ນສໍານັກງານອົງການ, ໂຮງໝໍສູນກາງ, 4 ໂຮງໝໍບໍລິ
ເວນ, ບັນດາໂຮງໝໍກອງພົນ, ກອງພັນໃຫຍ່ ແລະ ກໍາລັງທ້ອງຖິ່ນໃນທົ່ວກອງທັບ ຕາມຄວາມເໝາະສົມ, ລົງໂຄສະນາວຽກງານການປ້ອງກັນພະຍາດ ດັ່ງ
ກ່າວໃຫ້ 35 ກົມກອງ, ພົ່ນຢາຂ້າເຊື້ອຢູ່ສໍານັກງານ ກະຊວງກົມໃຫຍ່ ແລະ ບັນດາກົມ ກອງລວມມີ 66 ກົມກອງ, ພົ່ນຢາຂ້າເຊື້ອຢູ່ເຄື່ອງບິນ 7 ຄັ້ງ, ພົ່ນ
ລົດຂົນສົ່ງ 5 ຄັ້ງ, ຈັດຕັ້ງອົບຮົມເຜີຍແຜ່ວິທີປ້ອງກັນພະຍາດໂຄວິດ-19 ໃຫ້ແກບັນດາ ຄະນະນໍາກົມກອງເຂດພາກເໜືອ ແລະ ພາກກາງຢູ່ 6 ຈຸດ, ໃນໄລ
ຍະທີ່ມີການລະບາດໃນເດືອນ 1 ຫາ ເດືອນ 5 ບັນດາກົມກອງ, ໂຮງໝໍ, ໂຮງຮຽນ, ນັບແຕ່ສູນກາງລົງຮອດທ້ອງຖິ່ນໄດ້ຈັດຕັ້ງຈຸດກວດຄັດກອງ (ອຸນຫະ
ພູມ) ມີຜູ້ເຂົ້າຜ່ານຈຸດກວດຄັດກອງຈໍານວນທັງໝົດ 185,281 ເທື່ອຄົນ, ໄດ້ຮັບເອົາຜູ້ທີ່ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ມານອນແຍກດ່ຽວ ຢູ່ໂຮງໝໍສູນ
ກາງ 103 ກອງທັບ ແລະ ໂຮງໝໍບໍລິເວນລວມທັງໝົດ 132 ຄົນ (ທະຫານ 5 ຄົນ) ຄົບກໍານົດ 14 ວັນ ແຕ່ບໍ່ພົບເຊື່ອ ແລະ ໄດ້ ຢັ້ງຢືນສົ່ງກັບຄືນກົມ
ກອງ, ເກັບຕົວຢ່າງພາກສ່ວນທີ່ມີຄວາມສ່ຽງສໍາພັດໃກ້ຊິດ 10,147 ຄົນ (ບໍ່ພົບເຊື່ອ), ເກັບຕົວຢູ່ ໂຮງແຮມ 129 ຄົນ, ຮັບຜູ້ຕິດ ເຊື້ອໂຄວິດ-19 ເຂົ້າ
ປິ່ນປົວຢູ່ ໂຮງໝໍສູນກາງ 103 ກອງທັບ ຈໍານວນ 7 ຄົນ, ນໍາໃຊ້ລົດຂົນສົ່ງ ເພື່ອຮັບແຮງງານ, ຂົນສົ່ງອຸປະກອນປ້ອງກັນພະຍາດທີ່ໄດ້ຮັບການຊ່ວຍເຫຼືອ
ຈໍານວນ 26 ຄັ້ງ ນໍາໃຊ້ລົດທັງໝົດ 45 ຖ້ຽວຄັນ, ໄດ້ຕ້ອນຮັບ ແລະ ເຮັດວຽກນໍາຄະນະຊຽວຊານການແພດຈາກ ກອງທັບ ສສ ຫວຽດນາມ ແລະ ກອງ
ທັບ ສປ ຈີນ 2 ຄັ້ງ, ໄດ້ສຸມເກັບຕົວຢ່າງຢູ່ບັນດາກົມກອງທີ່ຂຶ້ນກັບ ກອງບັນຊາການທະຫານ ແຂວງ ຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາ
ປາສັກ ຈໍານວນ 460 ຕົວຢ່າງແລ້ວນໍາມາກວດຊອກຫາເຊື້ອພະຍາດ ໂຄວິດ-19 ແຕ່ບໍ່ພົບເຊື້ອ, ໄດ້ຈັດຕັ້ງຜັນຂະຫຍາຍຄໍາສັ່ງແຈ້ງ ການຂອງຫ້ອງການ
ສໍານັກງານນາຍົກລັດຖະມົນຕີເປັນແຕ່ລະໄລຍະ, ໄດ້ລົງຊຸກຍູ້-ປຸກລະດົມ ຄະນະພັກຄະນະບັນຊາກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນເອົາໃຈໃສ່ສຶກສາອົບຮົມ
ການເມືອງແນວຄິດ ພະນັກງານໃນກົມກອງເຂົ້າໃຈ ມີສະຕິໃນການດໍາລົງຊີວິດປົກກະຕິແບບໃໝ່ ເພື່ອປ້ອງກັນການລະບາດພະຍາດ ໂຄວິດ-19, ຜູ້ຕາງ
ໜ້າຄະນະສະເພາະກິດ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈໍາວັນຢູ່ສູນປະຕິບັດການສຸກເສີນດ້ານສາທາລະນະສຸກທຸກວັນ ໃນໄລຍະທີ່ມີການລະ
ບາດ ແຕ່ໄລຍະທີ່ບໍ່ມີການລະບາດ ແມ່ນໄດ້ເຂົ້າຮ່ວມເພື່ອຄົ້ນຄວ້າ ປຶກສາຫາລື ແລະ ວາງແຜນການໃນສະເພາະໜ້າ; ຄະນະກອງເລຂາຂອງຄະນະສະເພາະ
ກິດກອງທັບ ກໍໄດ້ຖືກແຕ່ງຕັ້ງເຂົ້າໃນ ຄະນະກອງເລຂາຄະນະສະເພາະກິດສູນກາງ (ກະຊວງສາທາ) ເຊິ່ງສະດວກໃນການເຄື່ອນໄຫວພົວພັນວຽກຕ່າງໆ ຮັບ
ການມອບໂອນສູນຈໍາກັດບໍລິເວນຫຼັກ 27 ໃຫ້ກອງທັບ ຮັບຜິດຊອບ ນັບແຕ່ວັນທີ 9 ກັນຍາ 2020 ເປັນຕົ້ນມາພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບແຕ່
ລະໜ້າວຽກຢ່າງລະອຽດ.

     ໂອກາດນີ້ ບັນດາຄະນະຮັບຜິດຊອບກໍໄດ້ ພ້ອມກັນປະກອບຄໍາຄິດເຫັນເຂົ້າໃນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າໃຫ້ມີຄວາມຮັບປະກັນທີ່ດີຂຶ້ນ.