ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດ​ຈັດ​ຕັ້ງຢູ່​ຂັ້ນ​ຫົວໜ່ວຍຮາກ​ຖານ


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ

     ໃນວັນທີ 29 ເມສາ 2020 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງພິທີປະກາດການປັບປຸງບູລະນະກົງຈັກການຈັດຕັ້ງຢູ່ບັນດາຫົວໜ່ວຍຂັ້ນຮາກຖານຂຶ້ນໂດຍ
ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບມີບັນ
ດາ ສະຫາຍ ຫົວໜ້າກົມ, ຮອງກົມ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງໃນກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮັກສາການ ຫົວໜ້າ
ການທະຫານ ແລະ ຫົວໜ້າ ການເມືອງ ໂຮງພິມກົດລັບກົມໃຫຍ່ເສນາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ
II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບ
ອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ ຮອບດ້ານເພື່ອເຮັດສຳເລັດໜ້າທີ່່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມໜັງສືສະເໜີຂອງກົມໃຫຍ່ເສນາທິການກອງທັບສະ
ບັບເລກທີ 7975 ລົງວັນທີ 20 ພະຈິກ 2019 ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ເກີດແກ້ວ ວົງມີຈິດ ເປັນຮັກສາການຫົວໜ້າ ການທະຫານ, ສະ
ຫາຍ ພັນໂທ ນາງ ຈັນແສງ ສີສຸຄຳ ເປັນຮັກສາການ ຫົວໜ້າ ການເມືອງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນ ຫົວໜ້າ ພະແນກ ແລະ ຮອງພະແນກການຂອງກົມແຜນ
ທີ່ ກົມໃຫຍ່ເສນາທິການກອງທັບຄື: ແຕ່ງຕັ້ງ ສະຫາຍ ພັນໂທ ສີໃສ ສາຍສຳພັນ ເປັນ ຫົວໜ້າ ພະແນກ ເຕັກນິກແຜນທີ່, ສະຫາຍ ພັນໂທ ພູວຽງ ແກ້ວວິເສດ ເປັນຫົວ
ໜ້າພະແນກ ຂ່າວສານພູມມີສາດ, ສະຫາຍ ພັນໂທ ທະນົງສອນ ທຳມະວົງ ເປັນຮອງພະແນກຂ່າວສານ ພູມມີ ສາດ, ສະຫາຍ ພັນຕີ ບຸດທາດ ໄກລັດ ເປັນຮອງຫົວໜ້າ
ພະແນກເຕັກນິກແຜນທີ່, ແຕ່ງຕັ້ງ ຫົວໜ້າ ພະແນກຈັດຕັ້ງຂອງກົມກົດລັບ, ແລະ ຂໍ້ຕົກລົງແຕ່ງຕັ້ງຮອງ ຫົວໜ້າ ພະແນກກວດກາຂອງຫ້ອງ ການເມືອງກົມໃຫຍ່ເສນາທິ
ການກອງທັບ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະບັນຊາກອງພັນຮັບປະກັນຂອງ ໂຮງຮຽນຊ່າງແສງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະບັນຊາກອງພັນ 302 ຂອງ
ໂຮງຮຽນ 307 ແລະ ຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ ພັກການເພື່ອກຽມຮັບເບ້ຍບຳນານ ຈຳນວນ 3 ສະຫາຍ ຄື: ສະ
ຫາຍ ພັນໂທ ດວນ ດາລາວົງ ຫົວໜ້າ ພະແນກຂ່າວສານພູມມີສາດ ກົມແຜນທີ່ກອງທັບ, ສະຫາຍ ພັນໂທ ຄຳແພງ ນະຄອນສຸກ ຫົວໜ້າ ພະແນກເຕັກນິກແຜນທ່ີກົມ
ແຜນທີ່ກອງທັບ ແລະ ສະຫາຍ ພັນໂທ ທອງສະຫວັນ ແກ້ວອຸ່ນທອງ ຫົວໜ້າ ການເມືອງກອງຮ້ອຍ 584.

     ໂອກາດເຂົ້າຮ່ວມພິທີດັ່ງກ່າວ ສະຫາຍ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີພ້ອມທັງຮຽກຮ້ອງໃຫ້ບັນດາ ສະຫາຍ ຜູ້ທີ່ຖືກແຕ່ງຕັ້ງ
ໃນຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບໜ້າທີ່ອັນໜັກໜ່ວງ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຫຼັກ
ໝັ້ນ, ຊື່ສັດບໍລິສຸດ, ມີສະຕິເຄົາລົບນັບຖືແບບແຜນທັດສະນະມະຫາຊົນທີ່ຖືກຕ້ອງ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ອຸດົມການ, ມີຫົວຄິດປະດິດສ້າງ, ມີແບບແຜນ
ການດຳລົງຊີວິດ ປອດໃສ ຂາວສະອາດ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນີ້, ຫ້ອງການບໍລິຫານກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2019 ແລະ
ວາງທິດທາງແຜນການ ປີ 2020 ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພັນໂທ ຈັນລາ ກຽດສຸກາ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງການບໍລິຫານ, ມີ ສະ
ຫາຍ ພັນໂທ ສີພັນ ພົມທະວົງ ຮອງຫົວໜ້າ ຫ້ອງການບໍລິຫານ ແລະ ພະນັກງານພາຍໃນຫ້ອງການເຂົ້າຮ່ວມ.