ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ ປກສ ນະຄອນຫຼວງ ແລະ ໂຮງຮຽນທິດສະດີ ປກສ
ອວຍພອນວັນສ້າງຕັ້ງກອງທັບຢູ່ກອງພັນໃຫຍ່ 11

     ທ້າຍເດືອນມັງກອນ 2017 ຜ່ານມານີ້, ທີ່ຫ້ອງຮັບແຂກກອງພັນໃຫຍ່ 11 ພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນ
ໃຫຍ່ 11 ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຂອງຄະນະກອງບັນຊາການ ປກສ ນະຄອນຫຼວງ ເຊິ່ງນຳໂດຍ ພັນເອກ ຄຳພອນ ເທບພະວົງ ຮອງ
ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ພ້ອມຄະນະ ແລະພັນເອກ ວິໄລ ເພັດມີໄຊ ຫົວໜ້າອຳນວຍການໂຮງຮຽນທິດສະດີປ້ອງກັນຄວາມສະຫງົບ
ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາກະຕ່າຂອງຂວັນ ແລະກະຕ່າດອກໄມ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11 ເນື່ອງໃນໂອກາດວັນສ້າງຕັ້ງ
ກອງທັບປະຊາ ຊົນລາວ ຄົບຮອບ 68 ປີ.

                                
                                                                ຄະນະ ປກສ ນະຄອນຫຼວງ ແລະ ໂຮງຮຽນທິດສະດີ ປກສ ອວຍພອນວັນສ້າງຕັ້ງກອງທັບຢູ່ກອງພັນໃຫຍ່ 11

     ການພົບປະອວຍພອນຄັ້ງນີ້ ນອກຈາກກະຕ່າຂອງຂວັນ, ກະຕ່າດອກໄມ້ ແລ້ວຍັງມີເຄື່ອງກີລາ 42 ຊຸດ, ເງິນສົດ 2.000.000 ກີບ, ລວມມູນຄ່າ
ທັງໝົດ 3.000.000 ກວ່າກີບ.

     ພັນເອກ ບຸນສົງ ພິມມະວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກໍຄືນາຍ ແລະພົນທະຫານໃນກອງພັນໃຫຍ່ 11 ກ່າວຄຳຂອບໃຈຕໍ່ທັງສອງພາກ
ສ່ວນທີ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃນຄັ້ງນີ້ ແລະຈະ
ນຳເອົາເຄື່ອງຂອງວັດຖຸທີ່ນຳມາມອບໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະຈະຮັກສາມູນເຊື້ອສາຍພົວພັນລະຫວ່າງສອງກຳລັງປ້ອງກັນຊາດປ້ອງກັນຄວາມ
ສະຫງົບໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.