ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ 213 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2016

     ກົມ 213 ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານປະຈຳປີ 2016 ແລະວາງທິດທາງແຜນການປະຈຳປີ 2017 ໃນວັນທີ 31 ມັງກອນ 2017 ນີ້, ໂດຍ
ເປັນປະທານຂອງ ທ່ານ ພົນຈັດຕະວາ ທອງວັນ ຈັນທະວົງ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກບັນດາກົມກອງທີ່ຂຶ້ນ
ກັບເຂົ້າຮ່ວມ.

                                
                                                                  

     ໃນບົດສະຫຼຸບທີ່ຜ່ານຕໍ່ກອງປະຊຸມໄດ້ຊີ້ບອກວ່າ: ໃນໄລຍະທີ່ຜ່ານມາພະນັກງານ-ນັກຮົບພາຍໃນກົມໄດ້ສຸມໃສ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ
ປ້ອງກັນຄວາມສະຫງົບ, ເປັນຕົ້ນແມ່ນປ້ອງກັນກອງປະຊຸມສຳ ຄັນຕ່າງໆມີຄວາມສະຫງົບປອດໄພ 100%, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ
ຕິດພັນກັບວຽກງານ 3 ສ້າງ ພ້ອມທັງເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ, ເຝິກແອບຮ່ຳຮຽນ, ສ້າງພະລາທິການກັບທີ່ ແລະເຄື່ອນໄຫວວຽກງານພົວພັນຕ່າງປະ
ເທດມີຜົນສຳເລັດເປັນຢ່າງດີ. ສ່ວນທິດທາງແຜນການໃນປີ 2017 ນີ້, ກົມ 213 ຈະໄດ້ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກ
ຮົບພາຍໃນກົມ ພ້ອມກັນຍົກສູງສະຕິລະວັງຕົວກຽມພ້ອມສະກັດກັ້ນ ແລະຕ້ານທຸກກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະພວກຄົນບໍ່ດີ,
ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມພາລະບົດບາດ, ໜ້າທີ່ຂອງຕົນ ແລະປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ
ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດນີ້, ຍັງໄດ້ຍ້ອງຍໍຜົນງານໃຫ້ແກ່ຜູ້ມີຜົນງານດີເດັ່ນໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ແລະສະມາຊິກສະພາປະຊາຊົນຂັ້ນ
ແຂວງ, ນະຄອນຫຼວງ ເຊິ່ງມີຜູ້ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳ ນວນ 3 ສະຫາຍ, ຊັ້ນ III ຈຳນວນ 6 ສະຫາຍ ແລະຫຼຽນກາແຮງງານຈຳນວນ 5
ສະຫາຍ.