ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ

     ວັນທີ 30 ມັງກອນ 2017 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ໂດຍ
ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ
ກະຊວງປ້ອງກັນປະເທດ, ຄະນະພັກອົງການກົມໃຫຍ່, ຫົວໜ້າກົມ, ຮອງກົມ, ຄະນະນຳຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາຈາກກົມກອງ
ອ້ອມຂ້າງເຂົ້າຮ່ວມ.

                                
                                                                  ພົນຕີ ພູວົງ ວົງພົມ ເປັນປະທານພິທີປະກາດການຈັດຕັ້ງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ

     ອີງຕາມໜັງສືສະເໜີສະບັບເລກທີ 017/ຄພກພລ, ລົງວັນທີ 28/9/2016 ຂອງຄະນະພັກກົມໃຫຍ່ພະລາທິການກອງທັບ ກ່ຽວກັບການບົ່ງຕົວແຕ່ງ
ຕັ້ງເລຂາ, ຮອງເລາຂາ, ປະທານກວດກາ, ຄະນະປະຈຳພັກ ແລະກຳມະການຄະນະພັກກົມໃຫຍ່ພະລາທິການກອງທັບ, ຄະນະປະຈຳພັກກະຊວງປ້ອງກັນປະ
ເທດຕົກລົງບົ່ງຕົວແຕ່ງຕັ້ງ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນເລຂາ
ຄະນະພັກກົມໃຫຍ່ພະລາທິການກອງທັບ, ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ
ເປັນຮອງເລຂາຄະນະພັກກົມໃຫຍ່ພະລາທິການກອງທັບ, ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານກວດ
ກາພັກ ຄະນະພັກກົມໃຫຍ່ພະລາທິການກອງທັບ, ພົນຈັດຕະວາ ຄຳແດງ ແພງວິໄລ ເປັນກຳມະການຄະນະປະຈຳພັກອົງການກົມໃຫຍ່, ພັນເອກ ບຸນເຈີ
ຄຳມະວົງ ຫົວໜ້າກົມເສນາພະລາ ເປັນກຳມະການຄະ ນະພັກກົມໃຫຍ່ພະລາທິການກອງທັບ.

     ຕອນທ້າຍ ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມຕໍ່ທີ່ປະຊຸມ ແລະຮຽກຮ້ອງມາຍັງຄະນະພັກອົງການກົມໃຫຍ່, ຄະນະພັກ-ຄະ
ນະບັນຊາ ໂດຍສະເພາະຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ສືບຕໍ່ຊີ້ນຳ-ນຳພາຂົງເຂດວຽກງານທີ່ໄດ້ຮັບການມອບໝາຍຢ່າງຕັ້ງໜ້າ, ສຶກສາອົບຮົມກົມກອງ
ປັບປຸງແບບແຜນໃນການດຳລົງຊີວິດ, ມີຄວາມສາມັກຄີເປັນເອກະພາບໃນຄະນະພັກ, ຕັດສິນແກ້ໄຂບັນຫາ, ເຮັດວຽກເປັນໝູ່ຄະນະແບບ ລວມສູນປະ
ຊາທິປະໄຕ ແລະພ້ອມກັນເສີມຂະຫຍາຍມູນເຊື້ອກົມໃຫຍ່ພະລາທິການກອງທັບກ້າວຂຶ້ນໄປສູ່ໂສມໜ້າໃໝ່ຕາມທິດປັບປຸງກໍ່ສ້າງກອງທັບທັນສະໄໝເທື່ອ
ລະກ້າວ.