ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານເຕັກນິກການທະຫານ ປະກາດ
ແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ


ພັນເອກ ສຸລິວັນ ແສງຈັນ ເປັນປະທານປະກາດແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດ ການທະຫານ ຢູ່ວິທະຍາຄານເຕັກນິກການທະຫານ

     ໃນຕອນເຊົ້າຂອງວັນທີ 2 ກຸມພາ 2017 ນີ້, ຢູ່ວິທະຍາຄານເຕັກນິກ ການທະຫານ ໄດ້ມີພິທີປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ
ການທະຫານ ໂດຍການເຂົ້າຮ່ວມເປັນປະທານຂອງ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມຄະນະ, ມີ
ພັນເອກ ສິງຄຳ ເທບວົງສິມ ຫົວໜ້າການເມືອງວິທະຍາຄານເຕັກນິກ ການທະຫານ, ມີຫົວໜ້າຫ້ອງ, ຄະນະວິຊາ, ຫົວໜ້າກອງ ພັນ, ຄະນະສູນຝຶກ, ຄະ
ນະພະແນກ ແລະຫ້ອງວິທະຍາສາດເຂົ້າຮ່ວມ.


ພັນໂທ ອຳພອນ ພົມມາລາ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ

     ໂອກາດນີ້, ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ
ການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂອງວິທະຍາຄານເຕັກນິກ ການທະຫານ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນ
ລາວ ໝວດທີ IV ມາດ ຕາ 21 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນ
ຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນໃນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດ ກະຊວງປ້ອງກັນປະ
ເທດຕົກລົງແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານຂອງວິທະຍາຄານເຕັກນິກ ການທະຫານ ຄື: ແຕ່ງຕັ້ງ ພັນເອກ ສີສະໝອນ ໂນລະສິນ
ເປັນປະທານ, ພັນໂທ ຈັນສະໝອນ ລັດສະໄໝ ເປັນຮອງ, ພັນໂທ ສຸດໃຈ ລືໄຊສົມບັດ ເປັນຜູ້ປະຈຳການ, ພັນໂທ ສີໂຫ ດວງຈຳປາ, ພັນໂທ ພູທອນ
ຄຸນລິວົງ, ພັນໂທ ບຸນກວ້າງ ເທບວົງໃສ, ພັນໂທ ທອງຈິດ ໄຟສະຫວ່າງ, ພັນໂທ ບຸນທະວີ ສີວິໄລ ແລະພັນໂທ ຈັນທອງ ພົມຂັນໄຊ ເປັນຄະນະ.


ພັນເອກ ສຸລິວັນ ແສງຈັນ ໂອ້ລົມຕໍ່ພິທີປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ

     ທ່ານ ພັນເອກ ສຸລິວັນ ແສງຈັນ ໂອ້ລົມໃຫ້ທິດຊີ້ນຳກ່ຽວກັບສະພາວິທະຍາສາດ ຊຶ່ງແມ່ນໂຄງການໜຶ່ງທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະ
ບັນຊາທາງດ້ານວິທະຍາສາດ ແລະໄດ້ຮຽກຮ້ອງໃຫ້ບັນດາຜູ້ທີ່ໄດ້ຮັບການແຕ່ງຕັ້ງຖືເປັນບັນຫາສຳຄັນ ເພື່ອເປັນເສນາທິການຫຼັກແຫຼ່ງຕົ້ນຕໍຕັດສິນຜົນໄດ້
ຜົນເສຍທາງດ້ານວິທະ ຍາສາດໃຫ້ແກ່ຄະນະນຳ-ຄະນະບັນຊາ ຊຶ່ງຢູ່ພາຍໃຕ້ແນວທາງຂອງຄະນະພັກວິທະຍາຄານປ້ອງກັນຊາດໄດ້ວາງ ອອກ, ພ້ອມກັນຄົ້ນ
ຄວ້າ ແລະສະເໜີຕໍ່ຄະນະພັກ-ຄະນະບັນຊາຂອງວິທະຍາຄານເຕັກນິກ, ກຳແໜ້ນແຜນການທິດທາງຂອງຄະນະນຳ-ຄະນະບັນຊາວິທະຍາຄານ, ເຮັດໃຫ້ຖືກ
ຕາມການຊີ້ນຳລວມຂອງຄະນະພັກ-ຄະນະບັນຊາ, ປະຕິບັດຕາມມະຕິຕົກລົງຂອງຄະນະພັກກະຊວງຕາມແນວທາງແຜນນະໂຍບາຍຂອງພັກ 4 ແຜນງານ
26 ໂຄງການ ເພື່ອພັດທະນາລະບົບແນວທາງຂອງພັກ-ກົມກອງ ໃຫ້ມີຄວາມເຂັ້ມແຂງ, ກ້າວໄປສູ່ບາດກ້າວໃໝ່ທີ່ທັນສະໄໝ.


ພັນໂທ ສຸດໃຈ ລືໄຊສົມບັດ ຂຶ້ນຮັບຄຳໂອວາດ

     ຕ້ອນທ້າຍ, ພັນໂທ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງວິທະຍາສາດວິທະຍາຄານເຕັກນິກ ການທະຫານ ຕາງໜ້າໃຫ້ຜູ້ທີ່ຖືກແຕ່ງຕັ້ງສະພາວິທະຍາ
ສາດ-ປະຫວັດສາດ ການທະຫານ ຂອງວິທະຍາຄານດັ່ງກ່າວ ຂຶ້ນຮັບຄຳໂອວາດຕັກເຕືອນຈາກຂັ້ນເທິງວ່າ: ຈະສຸມສະຕິປັນຍາຄວາມຮູ້-ຄວາມສາມາດທີ່ມີ
ເກີດຜົນປະໂຫຍດສູງສຸດ, ເສີມຂະຫຍາຍບົດຮຽນທີ່ມີແລ້ວເຮັດໃຫ້ດີກ່ວາເກົ່າ, ສ້າງແຜນການດຳເນີນແຕ່ລະບາດກ້າວໃຫ້ຖືກຕາມຫຼັກການທາງດ້ານວິ
ທະຍາສາດ, ຈະຊອກຮູ້ຂໍ້ມູນອັນໃໝ່ທາງດ້ານເຕັກໂນໂລຍີທີ່ທັນສະໄໝເຂົ້າມາໝູນໃຊ້ໃນກົມກອງ, ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ.