ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳເດືອນຕຸລາ 2016

     ໃນວັນທີ 26 ຕຸລາ 2016 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມສ່ອງແສງວຽກງານພັກ-ວຽກງານການ
ເມືອງຂຶ້ນ
ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເລຂາຄະນະພັກ ຫົວໜ້າການເມືອງ ວປກ ມີຄະນະພັກຮາກ
ຖານ
, ຄະນະໜ່ວຍພັກຂຶ້ນກັບ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                                         ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ

     ໂອກາດດັ່ງກ່າວ ແຕ່ລະພາກສ່ວນກໍໄດ້ລາຍງານກ່ຽວກັບສະພາບລວມດ້ານຈຳນວນພົນ ແລະການເຄື່ອນ ໄຫວຈັດຕັ້ງນຳພາໃນ 1 ເດືອນຜ່ານ
ມາ
ເຊິ່ງແຕ່ລະພາກສ່ວນກໍໄດ້ຍົກສູງບົດບາດການນຳພາຂອງຕົນເຂົ້າໃນການປະຕິບັດແຕ່ລະຂົງເຂດວຽກງານ ບໍ່ວ່າຈະເປັນວຽກງານວິຊາສະເພາະ ຫຼືວຽກງານຂະບວນການ ຈາກນັ້ນກໍໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນມີຄຳສະເໜີ ເພື່ອພ້ອມກັນປັບປຸງແກ້ໄຂບັນຫາຈຸດຄົງຄ້າງໃຫ້ທັນເວລາ.

     ໃນຕອນທ້າຍສະຫາຍປະທານກໍໄດ້ມີຄຳເຫັນໂອ້ລົມໂດຍໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ເພີ່ມທະວີການນຳພາຂອງຄະນະພັກໃຫ້ສູງຂຶ້ນຕື່ມ
ເຊິ່ງທຸກການເຄື່ອນໄຫວວຽກງານຕ້ອງມີການນຳພາຂອງພັກ, ຍູ້ແຮງບັນດາຂະບວນການໃຫ້ຟົດຟື້ນ, ຮີບຮ້ອນຄົ້ນຄວ້າການຍ້ອງຍໍໃຫ້ທັນເວລາ,
ຄຸ້ມຄອງພະນັກງານໃຫ້ແໜ້ນ ໂດຍຂຶ້ນແຜນກຳ ນົດພະນັກງານ, ແບ່ງຄວາມຮັບຜິດຊອບທຸກລະບົບຄືນໃໝ່ ແລະຂໍອະນຸມັດຢ່າງເປັນທາງການ,
ເອົາໃຈໃສ່ກໍ່ສ້າງພັກໃຫ້ມີຄຸນະພາບ, ສາມາດເປັນຜູ້ນຳພາ, ເປັນແກນນຳໃນທຸກໆຂະບວນການ, ການຮັບເອົາສະມາຊິກໃຫ້ຖືເອົາຄຸນະພາບເປັນ
ກົກ
, ຖືອົງການຈັດຕັ້ງມະຫາຊົນເປັນໃຈກາງ, ສ້າງອົງການຈັດຕັ້ງມະຫາຊົນໃຫ້ເປັນກຳລັງແຮງຂອງພັກ, ເພີ່ມທະວີການກວດກາຢ່າງເປັນປົກກະ
ຕິ
, ເອົາໃຈໃສ່ຍົກສູງພາລະບົດບາດ ແລະອິດທິພົນການນຳພາຂອງພັກໃຫ້ສູງຂຶ້ນ ເຊັ່ນ: ເສີມຂະຫຍາຍຄວາມເປັນແບບຢ່າງ, ສ້າງຄວາມເປັນເອກະ
ພາບພາຍໃນຄະນະນຳໃຫ້ສູງ
ເຮັດວຽກຢ່າງມີແຜນການ, ມີການຊີ້ນຳຢ່າງລະອຽດຕໍ່ເນື່ອງ ແລະແທດເຖິງຕົວຈິງ, ມີການກວດກາປະເມີນຜົນ ແລະ
ຕຳນິກໍ່ສ້າງເຊິ່ງກັນ
ແລະກັນ ເພື່ອເຮັດໃຫ້ອົງການຈັດຕັ້ງພັກມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ ທັງນີ້ກໍເພື່ອເປັນການສ້າງຜົນງານ, ສ້າງຂະ
ບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ
ເວົ້າສະເພາະກໍແມ່ນວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ຄົບຮອບ 20 ປີ ທີ່ຈະມາເຖິງໃນວັນທີ 13 ທັນ ວາ 2016 ນີ້ ໃຫ້ມີຄວາມໝາຍສຳຄັນເລິກເຊິງ.