ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະແດງສິລະປະຜ່ານລາຍການກະກຽມຮັບໃຊ້

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນວົງແຄບ

      ຕອນຄໍ່າຂອງວັນທີ 27 ຕຸລາ ນີ້, ກອງສິລະປະກອນກອງທັບໄດ້ຈັດການສະແດງສິລະປະຜ່ານລາຍການເພື່ອກະກຽມຮັບໃຊ້ກອງປະຊຸມລັດ
ຖະມົນຕີກະຊວງປ້ອງກັນປະເທດອາຊຽນວົງແຄບ
ໃນທ້າຍປີ 2016 ນີ້, ໂດຍ ການເຂົ້າຮ່ວມຮັບຊົມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາ
ລາດ
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                                                          ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຮັບຊົມການສະແດງສິລະປະຜ່ານລາຍການ                                        ກະກຽມຮັບໃຊ້ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນວົງແຄບ

     ການສະແດງຂອງກອງສິລະປະກອນກອງທັບໃນຄັ້ງນີ້, ກໍເພື່ອເປັນການກຽມຄວາມພ້ອມໃນການສະແດງຮັບໃຊ້ກອງປະຊຸມລັດຖະມົນຕີກະ
ຊວງປ້ອງກັນປະເທດອາຊຽນວົງແຄບໃນທ້າຍປີນີ້
, ຕາມແຜນການຂອງຂັ້ນເທິງ ລາຍການທີ່ນຳມາສະແດງລ້ວນແລ້ວແຕ່ໄດ້ສ່ອງແສງເຖິງວັດທະ
ນະທຳອັນດີງາມຂອງປະຊາຊົນລາວບັນດາເຜົ່າ
ເຊິ່ງປະກອບມີບົດຟ້ອນ 4 ບົດຄື: ບົດຟ້ອນແດນດິນຖິ່ນຈຳປາ, ບົດຟ້ອນບຸນຄຸນເຂົ້າຂອງເຜົ່າຕະ
ລ່ຽງ
, ບົດຟ້ອນມ່ວນຊື່ນກິນຈຽງເຜົ່າມົ້ງ, ບົດຟ້ອນຮົ້ວຂອງຊາດ; ບົດຮ້ອງ ແລະຂັບລຳທ້ອງຖິ່ນມີ 7 ບົດຄື: ຮ້ອງໝູ່ຍິງເພງເມືອງລາວໃໝ່ແສນ
ງາມ
, ຮ້ອງໝູ່ຊາຍເພງຝາກສຽງຕາມລົມ, ຮ້ອງໝູ່ຍິງ-ຊາຍປະສານຟ້ອນເພງອາຊຽນກ້າວຂຶ້ນ ແລະເພງສາກົນ (YOU RAI SA ME UP); ລຳ
ຕັ່ງຫວາຍສາມັກຄີອາຊຽນປະກອບຟ້ອນ
, ລຳສາລະວັນເຊີນທ່ອງທຽວແຂວງສາລະວັນປະກອບຟ້ອນ, ຂັບງື່ມສາວຈຸດສຸມເອີ້ນສັ່ງ. ນອກນີ້ກໍຍັງມີ
ກອງສິລະປະສະໂມສອນດ່ານຊ້າງມາປະກອບສ່ວນ
2 ລາຍການຄື: ແຄນວົງ ແລະບົດຟ້ອນສຽງກອງສະຫຼອງໄຊ.