ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດສ້າງຕັ້ງກອງ ຂ 661 ເຫຼົ່າຮົບລົດຕັງ-ຍານເກາະ ຢ່າງເປັນທາງການ

     ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດສ້າງຕັ້ງກອງ 661” ເຫຼົ່າຮົບລົດຕັງ-ຍານເກາະກົມໃຫຍ່ເສ ນາທິການກອງທັບຢ່າງເປັນທາງ
ການ
ໃນຕອນບ່າຍວັນທີ 28 ຕຸລາ 2016, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ
ສູນກາງພັກ
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງ, ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ພະນັກ
ງານປະຕິວັດອາວຸ ໂສບຳນານ
, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

                                
                                         ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດສ້າງຕັ້ງກອງ 661” ເຫຼົ່າຮົບລົດຕັງ-ຍານເກາະ

     ໃນພິທີ ພັນໂທ ອັກສອນ ສິນຍະທຳ ຮອງຫົວໜ້າກົມກຳລັງພົນກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນ
ປະເທດ
ວ່າດ້ວຍການສ້າງຕັ້ງກອງເອກະລາດໝາຍເລກ 661” ໂດຍປະຕິ ບັດຕາມຈິດໃຈຊີ້ນຳຂອງຄະນະ ປກຊ-ປກສ ສູນກາງ, ກະຊວງປ້ອງ
ກັນປະເທດຈຶ່ງໄດ້ຕົກລົງຍົກລະດັບກອງ
661” ເຫຼົ່າຮົບລົດຕັງ-ຍານເກາະຂຶ້ນເປັນກອງເອກະລາດໝາຍເລກ 661” ສະບັບເລກທີ 2755/ກປທ, ລົງ ວັນທີ 13 ກໍລະກົດ 2016, ການຍົກລະດັບກອງ 661” ເຫຼົ່າຮົບລົດຕັງ-ຍານເກາະໃນຄັ້ງນີ້ ເປັນການສະແດງເຖິງການເຕີບໃຫຍ່
ຂະຫຍາຍຕົວຂອງກອງທັບປະຊາຊົນລາວ
.

     ຈາກນັ້ນ ທ່ານ ພັນເອກ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ
ອີງຕາມທິດທາງການປັບປຸງບູລະນະກົງຈັກນຳພາບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ແລະເຮັດສຳເລັດໜ້າທີ່
ປົກປັກຮັກສາ
ແລະສ້າງສາພັດທະນາປະເທດຊາດ, ສະບັບເລກທີ 3025 ລົງວັນທີ 15 ມິຖຸນາ 2016 ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງສະ
ຫາຍ
ພັນໂທ ສາຍລົມ ໄຊຍະສຸກ ເປັນເລຂາຄະນະພັກ ຫົວໜ້າການເມືອງກອງ 661”, ສະຫາຍ ພັນໂທ ຄຳປານ ແພງພັນ ເປັນຮອງເລຂາຫົວ
ໜ້າການທະຫານ
, ສະຫາຍ ພັນໂທ ພູວົງ ທິບພະຈອນ ເປັນຫົວໜ້າພະແນກເສນາ, ສະຫາຍ ພັນໂທ ສູນທະລາ ໄຊຍະຈັກ ເປັນຫົວໜ້າພະແນກ
ການເມືອງ
, ສະຫາຍ ພັນໂທ ພູວົງ ໄພມະນີວົງ ເປັນຫົວໜ້າພະແນກເຕັກນິກ ແລະສະຫາຍ ພັນຕີ ວຽງແກ້ວ ວົງວຽງຄຳ ເປັນຫົວໜ້າພະແນກພະ
ລາ
.

     ໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ກຽດໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະບັນຊາກອງ 661” ຕ້ອງ
ເປັນເຈົ້າການສືບຕໍ່ປະຕິບັດໜ້າທີ່ການເມືອງຂອງກອງທັບເຮົາໃນການປະຕິບັດໜ້າທີ່ປ້ອງກັນຊາດ
-ປ້ອງກັນຄວາມສະຫງົບໃນໄລຍະໃໝ່, ສຸມໃສ່
ປັບປຸງກໍ່ສ້າງກຳລັງໃນທຸກດ້ານ
, ເພີ່ມທະວີວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ສະມາຊິກພັກ-ນັກຮົບເຊື່ອມຊຶມກຳແໜ້ນ
ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ປາກົດຜົນເປັນຈິງ, ປັບປຸງແບບ ແຜນວິທີນຳພ
ເຮັດວຽກໃນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ສ້າງພະນັກງານສືບທອດປ່ຽນແທນ 3 ຮຸ່ນໃຫ້ຕໍ່ເນື່ອງ, ຄຽງຄູ່ກັນນັ້ນກໍຕ້ອງໄດ້ເອົາໃຈໃສ່
ວຽກງານອົບຮົມຫັດແອບການເມືອງ
-ການທະຫານ, ເຕັກນິກວິທະ ຍາສາດຂອງເຫຼົ່າຮົບໃຫ້ມີຄວາມຊຳນິຊຳນານທາງດ້ານສິລະປະຍຸດ-ຍຸດທະວິທີ,
ອອກແຮງແຂ່ງຂັນປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມງວດ, ນອກຈາກນັ້ນ ກໍຕັ້ງໜ້າປະຕິບັດທິດນຳເພິ່ງຕົນເອງ, ກຸ້ມ
ຕົນເອ
ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງໃຫ້ມີປະສິດທິຜົນສູງ ກ້າວຂຶ້ນເປັນກອງທັບທີ່ເຂັ້ມແຂງ
ແລະທັນສະໄໝເປັນກ້າວໆ.