ສສ ຫວຽດນາມ
ມອບຮູບພາບມູນເຊື້ອປະຫວັດສາດ
ເສັ້ນທາງໂຮ່ຈິມິນ ໃຫ້ແກ່ຫໍພິພິທະພັນກອງທັບ
ໃນຕອນເຊົ້າວັນທີ 27 ຕຸລາ 2016 ນີ້, ຢູ່ຫໍພິພິທະພັນກອງທັບປະຊາຊົນລາວ ໄດ້ມີພິທີມອບ-ຮັບຮູບພາບມູນເຊື້ອປະຫວັດສາດເສັ້ນທາງ
ໂຮ່ຈິມິນຕຳນານມະຫັດສະຈັນບົນດິນແດນລາວ
ໄລຍະປີ 1961-1975 ຈຳ ນວນເກືອບ 100 ແຜ່ນຈາກສສ ຫວຽດນາມ ໃຫ້ແກ່ຫໍພິພິທະພັນ
ກອງທັບປະຊາຊົນລາວຂຶ້ນ, ໂດຍຕາງໜ້າໃຫ້ແກ່ ສສ ຫວຽດນາມກ່າວມອບໂດຍແມ່ນ ທ່ານ ຫງວຽນແມ້ງ ຮຸງ ເອກອັກຄະລັດຖະທູດຜູ້ມີອຳ
ນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະກ່າວຮັບໂດຍ ແມ່ນ ພັນໂທ ບຸນມາ ວໍລະບຸດ
ອຳນວຍການຫໍພິພິທະພັນກອງທັບປະຊາ
ຊົນລາວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ
ກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ມີທູດທະຫານ ສສ ຫວຽດນາມປະຈຳ ສປປ ລາວ, ຕາງໜ້າກົມໂຄສະນາອົບຮົມກົມໃຫຍ່ການ
ເມືອງກອງທັບ, ມີຕາງໜ້າບັນດາອົງການ, ນັກທຸລະກິດຊາວຫວຽດນາມ, ສື່ມວນຊົນ ພ້ອມພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ.
ການມອບ-ຮັບຊຸດຮູບພາບໃນຄັ້ງນີ້ ເພື່ອສືບຕໍ່ນຳໄປວາງສະແດງເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານ-ນັກຮົບໃນກອງທັບປະຊາຊົນລາວ
ໄດ້ຮັບຮູ້ມູນເຊື້ອ, ວິລະກຳອັນລ້ຳເລີດ ແລະຄວາມໝາຍຄວາມສຳຄັນຂອງເສັ້ນທາງດັ່ງກ່າວ ພາຍຫລັງສະຖານເອກອັກຄະລັດຖະທູດ ແຫ່ງ ສສ
ຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈັດຕັ້ງງານສະແດງຮູບພາບເສັ້ນທາງໂຮ່ຈິມິນມະຫັດສະຈັນ
ບົນດິນແດນລາວ ໄລຍະ 1961-1975 ເນື່ອງໃນໂອກາດວັນກໍ່ສ້າງເສັ້ນທາງໂຮ່ຈິມິນ ຄົບຮອບ 55 ປີ (1961-2016) ຢູ່ຫໍ ພິພິທະພັນກອງທັບ
ປະຊາຊົນລາວ ແລະ ຢູ່ຫໍວັດທະນະທໍາແຂວງສະຫວັນນະເຂດ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ກ່າວວ່າ: ສອງຊາດລາວ-ຫວຽດນາມມີມູນເຊື້ອສາມັກຄີມາແຕ່ດົນນານ, ໃນໄລຍະເຮັດການປະຕິ
ວັດໄດ້ສາມັກຄີຮ່ວມມືກັນຕໍ່ສູ້ກັບສັດຕູຜູ້ຮຸກຮານກາຍເປັນສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ, ສອງກອງທັ
ແລະປະຊາຊົນສອງຊາດລາວ-ຫວຽດນາມ. ຜ່ານຍ່ານທາງປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດ
ຊາດ ເສັ້ນທາງໂຮ່ຈິມິນ-ສາຍພູຫລວງເບື້ອງຕາເວັນຕົກບົນດິນແດນລາວ ໄດ້ປະກອບສ່ວນສຳຄັນໃນການຍາດເອົາໄຊຊະ ນະໃຫຍ່ຫລວງມາໃຫ້
ສອງຊາດລາວ-ຫວຽດນາມ.
ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ມອບຂອງຂວັນ ແລະໃບກຽດຕິຄຸນໃຫ້ແກ່ບັນດາບຸກຄົນ ແລະອົງການ
ຈັດຕັ້ງຕ່າງໆທີ່ໄດ້ປະກອບສ່ວນໃນການຈັດຕັ້ງງານວາງສະແດງຮູບພາບ ມູນເຊື້ອດັ່ງກ່າວຕື່ມອີກ.