ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງອຸດົມໄຊສະຫລຸບຖອດຖອນບົດຮຽນວຽກງານກໍ່ສ້າງກອງ 3 ປອດ

     ໃນວັນທີ 25 ຕຸລາ 2016 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບຖອດຖອດບົດຮຽນວຽກງານກໍ່ສ້າງກົມ
ກອງ
3 ປອດ ປະຈຳສົກປີ 2016 ແລະວາງທິດທາງແຜນການປະຈຳປີ 2017 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ພັນເອກ ບຸນ
ຍົງ
ໜໍ່ແກ້ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ໂຮງ
ຮຽນ
, ໂຮງໝໍກອງ 414” ກອງບັນຊາການທະຫານເມືອງ 7 ເມືອງ ແລະກົມກອງເອກະລາດເຂົ້າຮ່ວມ.

                                
                                         ພັນເອກ ບຸນຍົງ ໜໍ່ແກ້ວ ເປັນປະທານກອງປະຊຸມສະຫຼຸບຖອດຖອດບົດຮຽນວຽກງານກໍ່ສ້າງກົມກອງ 3 ປອດ

     ໃນກອງປະຊຸມ ພັນຕີ ວຽງທອງ ຫົວໜ້າພະແນກປ້ອງກັນພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການກໍ່ ສ້າງກົມກອງປອດໃສ, ປອດໄພ,
ປອດຄະດີ
ປະຈຳປີ 2016 ແລະທິດທາງແຜນການໃນຕໍ່ໜ້າ ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນຕິດ
ພັນກັບການກໍ່ສ້າງກອງ
3 ປອດ ເຫັນວ່າສະພາບ ການເມືອງ-ແນວຄິດຂອງພະນັກງານ-ນັກຮົບໃນທົ່ວກອງບັນຊາການແມ່ນມີຄວາມອຸ່ນອຽນ
ທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ
, ມີຄວາມຈົງຮັກພັກດີ, ຊື່ສັດບໍລິິິສຸດຕໍ່ພັກ, ຕໍ່ປະເທດຊາດ ມີສະຕິລະວັງຕົວ, ປະຕິບັດມະຕິຄຳສັ່ງຂອງຂັ້ນ
ເທິງຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ
, ໄດ້ຮັບການຢັ້ງຢືນເປັນກົມກອງປອດໃສ, ປອດໄພ,ປອດຄະດີ ປະເພດ I ມີ 18 ກົມກອງ,
ປະເພດ II ມີ 8 ກົມກອງພ້ອມທັງມອບໃບຢັ້ງຢືນກອງ 3 ປອດໃຫ້ແກ່ກົມກອງຈຳນວນ 18 ກົມກອງ.

     ພັນເອກ ບຸນຍົງ ໜໍ່ແກ້ວ ຍັງໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາກົມກອງທີ່ສາມາດສ້າງໄດ້ຜົນງານໃນຫຼາຍດ້ານຕະຫຼອດປີຜ່ານມາ,
ພ້ອມທັງໄດ້ເນັ້ນໜັກໃຫ້ເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ນັກຮົບພາຍໃນກົມກອງ, ເຕົ້າໂຮມຄວາມສາ
ມັກຄີໃຫ້ເປັນປຶກແຜ່ນ
, ພ້ອມກັນເຮັດສຳເລັດໜ້າທ່ີທ່ີຂັ້ນເທິງມອບໝາຍໃຫ້.