ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດທີ III ປີ 2018 ບັນດາກົມກອງເຂດ 3

     ທ້າຍເດືອນກັນຍາ 2018 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມຫ້ອງການກອງບັນຊາການທະຫານ ແຂວງ ຫົວພັນ ໄດ້ຈັດກອງປະຊຸມສ່ອງແສງວຽກງານ
ຮອບດ້ານປະຈຳໄຕມາດທີ III ແລະ ວາງທິດທາງວຽກງານຈຸດສຸມປະຈຳໄຕມາດທີ IV ປີ 2018 ຂອງບັນດາກົມກອງເຂດ 3 ພາກເໜືອ ໂດຍພາຍໃຕ້ການ
ເປັນປະທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ
ກອງບັນຊາການທະຫານແຂວງຫົວພັນ, ກອງບັນຊາການທະຫານແຂວງຊຽງຂວາງ, ກອງພັນໃຫຍ່ 702, ກອງພັນໃຫຍ່ 643, ກອງພັນໃຫຍ່ 584, ໂຮງ
ໝໍບໍລິເວນ 101 ແລະ ຈຸດສຸມຄັງວຽງເຂົ້າຮ່ວມ.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈຳໄຕມາດທີ III ປີ 2018 ບັນດາກົມກອງເຂດ 3

     ໃນກອງປະຊຸມຜູ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການທີ່ພົ້ນເດັ່ນໃນໄລຍະ 3 ເດືອນຜ່ານມາ
ແລະ ເຫັນໄດ້ປາກົດການຫຍໍ້ທໍ້ໃນສັງຄົມຈຳນວນໜຶ່ງ ໂດຍສະເພາະແມ່ນການເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ-ກົດໝາຍ
ຂອງລັດຂອງກຸ່ມຄົນບໍ່ດີເພື່ອຍຸຍົງໃຫ້ກໍ່ຄວາມບໍ່ສະຫງົບຢູ່ບາງເຂດບາງກົມກອງ, ນອກນີ້ຍັງມີປາກົດການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ຄ້າ
ຂາຍອາວຸດເສີກ, ຄ້າຂາຍຢາເສບຕິດ, ການເຄື່ອນຍ້າຍຕັ້ງພູມລຳເນົາ, ເຂົ້າເມືອງແບບຜິດກົດໝາຍ, ບັນຫາສາດສະໜາ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ
ພະນັກງານ-ນັກຮົບແຕ່ລະກົມກອງໄດ້ຍົກສູງສະຕິລະວັງຕົວ ແລະ ສະຕິຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງ
ພັກ ເປັນເຈົ້າການປະສານສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ແຕ່ລະຂັ້ນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4
ຄາດໝາຍ ໂດຍຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເປັນເຈົ້າການ
ຫັນເອົາກຳລັງລົງເຄື່ອນໄຫວຕິດຕາມກຳແໜ້ນສະພາບການແກ້ໄຂໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບຕາມຂອບເຂດຕົນເອງຮັບຜິດຊອບໃຫ້ມີຄວາມ
ສະຫງົບໂດຍພື້ນຖານ, ທິດທາງວຽກງານຈຸດສຸມ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ, ແນວຄິດຢ່າງຕໍ່ເນື່ອງ ໂດຍຕິດພັນກັບການຊຸກຍູ້ຂະ
ບວນການ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ສືບຕໍ່ສຶກສາອົບຮົມການເມືອງ, ນຳພາແນວຄິດພະນັກງານ-ນັກຮົບ ຕິດຕາມກວດກາ
ເຄື່ອນໄຫວແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

     ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຕ້ອງເອົາ ໃຈໃສ່ວຽກງານຫັນເອົາພະນັກງານລົງກໍ່ສ້າງຮາກ
ຖານການເມືອງ ເກັບກຳສະພາບການຕົວຈິງຕິດຕາມກວດກາ ຄຸ້ມຄອງປ້ອງກັນເສັ້ນຊາຍແດນໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນ
ເຈົ້າການສົມທົບອົງການກ່ຽວຂ້ອງຈັດຕັ້ງກຳລັງປ້ອງກັນເວນຍາມໃນຂອບເຂດກົມກອງຮັບຜິດຊອບ ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງ
ຄົມ ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ຊີ້ນຳ-ນຳພາແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງໃຫ້ນັບມື້ດີ
ຂຶ້ນກວ່າເກົ່າ.