ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ສຳເລັດການຢ້ຽມຢາມມິດຕະພາບ ສສ ມຽນມາ

     ຕອບສະໜອງຕາມຄຳເຊີນຂອງຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງສາທາລະນະລັດສະຫະພາບ ມຽນມາ, ໃນລະຫວ່າງວັນທີ 25-28 ເມສາ
2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍ
ພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມມິດຕະພາບຢ່າງເປັນທາງການ ສສ ມຽນມາ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ນະ
ຄອນຫຼວງ ເນປີດໍ ໃນວັນທີ 26 ເມສາ ໂດຍທ່ານ ພົນເອກ ອາວຸໂສ ມິນອອງລາຍ ຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງ ສສ ມຽນມາ ພ້ອມຄະນະ
ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.


ພົນໂທ ສຸວອນ ເລືອງບຸນມີ ສຳເລັດການຢ້ຽມຢາມມິດຕະພາບ ສສ ມຽນມາ

     ພາຍຫຼັງສຳເລັດການບັນເລງເພງຊາດຂອງສອງປະເທດ ແລະ ເດີນກວດແຖວກອງກຽດຕິຍົດກອງທັບ ແຫ່ງ ສສ ມຽນມາ ແລ້ວ ທັງສອງຝ່າຍກໍໄດ້
ພົບປະແລກປ່ຽນສະພາບການທີ່ຕ່າງຝ່າຍມີຄວາມສົນໃຈໃຫ້ກັນຊາບ ແລະ ພ້ອມກັນທົບທວນເຖິງໝາກຜົນຂອງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ
ພ້ອມທັງປຶກສາຫາລືແຜນການຮ່ວມມືກັນໃນຕໍ່ໜ້າ ເຊິ່ງເຫັນວ່າໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງຊາດ, ສອງກອງ ທັບ ລາວ-ມຽນມາ ໄດ້
ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ. ຄະນະຜູ້ແທນລະດັບສູງຂອງສອງປະເທດໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ດ້ານ
ວຽກງານຊາຍແດນຂອງສອງປະເທດແມ່ນມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນສອງຊາດຍູ່ທ່າງຄ້າຂາຍ, ໄປມາຫາສູ່ກັນຢ່າງສະຫງົບສຸກ, ນອກຈາກ
ນັ້ນທັງສອງຝ່າຍຍັງໄດ້ຮ່ວມມືກັນປາບປາມການຄ້າຂາຍເຖື່ອນ, ບັນຫາຢາເສບຕິດຕາມບໍລິເວນຊາຍແດນ, ການຮ່ວມມືທາງດ້ານທ່ອງທ່ຽວ, ການຄ້າ
ແລະ ອື່ນໆ.

     ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງກອງທັບ ລາວ-ມຽນມາ, ມຽນມາ-ລາວ ແມ່ນໄດ້ຮັບການເພີ່ມພູນຄູນສ້າງ ແລະ ງອກ
ງາມຂຶ້ນເລື້ອຍໆ ໂດຍມີຫ້ອງການທີ່ປຶກສາທູດຝ່າຍທະຫານຂອງຕົນເປັນຜູ້ປະສານງານ, ມີຄະນະກຳມະການອະນຸກຳມະການຂັ້ນສູນກາງ ແລະ ທ້ອງຖິ່ນແຕ່
ລະ-ລະດັບ, ເພື່ອແລກປ່ຽນຂໍ້ມູນຂ່າວສານນຳກັນເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການ
ຮ່ວມມື.

     ໃນວັນດຽວກັນນີ້, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວໄດ້ເຂົ້າວາງພວງມາລາຢູ່ອະນຸສອນສະຖານຄວາມຊົງຈຳນັກຮົບເກົ່າກອງທັບມຽນມາທີ່
ເສຍສະຫຼະຊີວິດໃນປາງສົງຄາມຕ້ານຈັກກະພັດຜູ້ຮຸກຮານ.

     ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ມິນຊຸຍ ຮອງປະ
ທານາທິບໍດີແຫ່ງ ສສ ມຽນມາ ເຊິ່ງທ່ານຮອງປະທານາທິບໍດີ ມິນ ຊຸຍ ໄດ້ກ່າວສະແດງຄຳຊົມເຊີຍຕໍ່ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ທີ່ໄດ້ເດີນ
ທາງມາຢ້ຽມຢາມມິດຕະພາບ ສສ ມຽນມາ ຢ່າງເປັນທາງການ, ອັນເປັນການປະກອບສ່ວນເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ,
ສອງກອງທັບ ລາວ-ມຽນມາ ໄດ້ຮັບການພັດທະນາໃຫ້ດີຂຶ້ນເລື້ອຍໆ.