ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ສຳເລັດການເຂົ້າຮ່ວມ
ກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງສາກົນ ຄັ້ງທີ 6

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ສຳ
ເລັດການເຂົ້າຮ່ວມກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງສາກົນຄັ້ງທີ 6 ທີ່ກະຊວງປ້ອງກັນປະເທດແຫ່ງ ສະຫະພັນ ຣັດເຊຍເປັນເຈົ້າພາບຈັດຂຶ້ນ ໃນ ລະຫວ່າງວັນທີ 26-27 ເມສາ 2017 ນີ້, ຕາມຄຳເຊີນຂອງ ທ່ານ ພົນເອກ ເຊເກີ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ຣັດເຊຍ ຢູ່ນະ ຄອນຫຼວງ ມົດສະກູ ແຫ່ງສະຫະພັນ ຣັດເຊຍ.


ພົນໂທ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງສາກົນ ຄັ້ງທີ 6

     ກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງສາກົນຄັ້ງທີ 6 ໃນຄັ້ງນີ້, ໄດ້ເນັ້ນໜັກເຖິງສິ່ງທ້າທາຍທາງດ້ານຄວາມໝັ້ນຄົງໃນສະຕະວັດທີ 21 ໂດຍ
ສະເພາະແມ່ນບັນຫາການກໍ່ການຮ້າຍທີ່ເປັນໄພຂົ່ມຂູ່ອັນໜັກໜ່ວງຕໍ່ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະໃນໂລກ, ໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້,
ທ່ານ ພົນ ໂທ ຈັນສະໝອນ ຈັນຍາລັດ ລັດຖະມົນຕີກະຊວງປ້ອງກັນປະເທດເຮົາໄດ້ຂຶ້ນກ່າວຄຳເຫັນຕໍ່ກອງປະຊຸມໃນຫົວຂໍ້ການປຶກສາຫາລືລະຫວ່າງ
ກອງທັບກັບກອງທັບ ເຊິ່ງເປັນປັດໄຈສຳຄັນຕໍ່ສະຖຽນລະພາບຂອງຊາດໜຶ່ງ, ໃນພາກພື້ນ ແລະໃນໂລກ, ບົດຄຳເຫັນຂອງທ່ານລັດຖະມົນຕີໄດ້ຍົກໃຫ້
ເຫັນເຖິງບົດບາດຄວາມສຳຄັນໃນການປຶກສາຫາລືລະຫວ່າງກອງທັບກັບກອງທັບ ເຊິ່ງເປັນປັດໄຈພື້ນຖານສຳຄັນຕໍ່ການຮ່ວມມື, ການປົກປັກຮັກສາ ແລະ
ເສີມຂະຫຍາຍສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມສົມບູນພູນສຸກຂອງປະເທດຊາດ ແລະ ປະຊາຊົນ, ທ່ານລັດຖະມົນຕີຍັງໄດ້ສະເໜີໃຫ້
ສະຫະພັນຣັດເຊຍ ໃນຖານະທີ່ເປັນປະເທດມະຫາອຳນາດສືບຕໍ່ເສີມຂະຫຍາຍບົດບາດຂອງຕົນເອງເຂົ້າໃນເວທີສາກົນຕໍ່ການປົກປັກຮັກສາ ແລະເສີມຂະ
ຫຍາຍສັນຕິພາບສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ແລະໃນໂລກ ກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງສາກົນເປັນເວ
ທີໜຶ່ງທີ່ມີຄວາມໝາຍສຳຄັນທີ່ໃຫ້ໂອກາດແກ່ຄະນະນຳກອງທັບຂອງບັນດາປະເທດ ແລະອົງການຈັດຕັ້ງສາກົນໄດ້ແລກປ່ຽນທັດສະນະກ່ຽວກັບສິ່ງທ້າ
ທາຍໃນພາກພື້ນ ກໍຄືໃນໂລກທີ່ກຳລັງປະເຊີນ ແລະນຳສະເໜີວິທີຕ່າງໆໃນການຮັບມືຕໍ່ສິ່ງທ້າທາຍ ເພື່ອເຮັດໃຫ້ພາກພື້ນອາຊີປາຊິຟິກ ແລະປະຊາຄົມ
ໂລກມີສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ.

     ໂອກາດເຂົ້າຮ່ວມກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງຄັ້ງທີ 6 ໃນຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາຍັງໄດ້ພົບປະສອງຝ່າຍ
ກັບ ທ່ານ ພົນເອກ ເຊີເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສະຫະພັນຣັດເຊຍ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມື
ທາງດ້ານວຽກງານປ້ອງກັນຊາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງກອງທັບລາວ-ຣັດເຊຍ ຣັດເຊຍ-ລາວ ໃນນີ້ຝ່າຍຣັດເຊຍຢືນ
ຢັນຈະໃຫ້ການຊ່ວຍເຫຼືອແກ່ລາວໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະການພັດທະນາຊັບພະຍາກອນມະນຸດ ໂດຍເພີ່ມທຶນການສຶກສາໃຫ້ແກ່ກອງ
ທັບລາວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາໄດ້ເຊື້ອເຊີນ ທ່ານ ພົນເອກ ເຊີເກ ໂຊຍກູ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເວລາ
ທີ່ເໝາະສົມ.