ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈຳໄຕມາດ I ປີ 2019 ຂອງບັນດາກົມກອງເຂດພາກກາງ


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈຳໄຕມາດ I ປີ 2019 ຂອງກຳລັງຫຼວງ-ກຳລັງທ້ອງຖິ່ນເຂດພາກກາງ

     ໃນວັນທີ 29 ມີນາ 2019 ນີ້, ໂຮງໝໍ 109 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ I ປີ 2019 ຂອງກຳລັງຫຼວງ-ກຳລັງທ້ອງຖິ່ນ
ເຂດພາກກາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີສະຫາຍ ພັນເອກ ບຸນທ່ຽງ ຈັນທຸມມາ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍ 109, ມີຄະນະພັກ-ຄະນະບັນຊາກຳລັງຫຼວງ-ກຳ
ລັງທ້ອງຖິ່ນເຂດພາກກາງຄື: ກອງບັນຊາການທະຫານແຂວງສະຫວັນນະເຂດ, ກອງພົນທີ 4, ກອງບັນຊາການທະຫານແຂວງບໍລິຄຳໄຊ, ກອງບັນຊາການທະຫານແຂວງ
ຄຳມ່ວນ, ກອງພັນໃຫຍ່ 642, 644, ບໍລິສັດຕິດຕັ້ງໄຟຟ້າຄົບວົງຈອນ, ບໍລິສັດພັດທະນາຊົນນະບົດໃໝ່ ແລະ ໂຮງງານປະສານເຫຼົ່າພາກກາງເຂົ້າຮ່ວມ.

     ກອງປະຊຸມໄດ້ຜັດປ່ຽນກັນລາຍງານສະພາບການອັນພົ້ນເດັ່ນ ໂດຍສະເພາະການຊີ້ນຳ-ນຳພາວຽກງານຮອບດ້ານຂອງແຕ່ລະກົມກອງ, ຈາກນັ້ນກໍໄດ້ຮັບຟັງການລາຍ
ງານສະພາບການເຄື່ອນໄຫວວຽກງານຮອບດ້ານໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ໃນການປະຕິບັດໜ້າທີ່ການ ເມືອງຂອງກົມ
ກອງ, ໂດຍປິ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງໃນນັ້ນພົ້ນເດັ່ນແມ່ນການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະ
ຫງົບ, ພ້ອມທັງໄດ້ຈັດຕັ້ງກຳລັງຫັນລົງກໍ່ສ້າງຮາກຖານການເມືອງປະຊາຊົນຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ເປີດອົບຮົມ
ການຮຽນ-ການສອນການເມືອງ-ການທະຫານ, ປັບປຸງລະບອບແບບແຜນ, ປັບປຸງລະບົບປະຈຳການກຽມພ້ອມຕະຫຼອດ 24 ຊົ່ວໂມງຢ່າງເປັນປະຈຳ ແລະ ເຂັ້ມງວດ, ຈັດ
ຕັ້ງອອກເຄື່ອນໄຫວຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100% ແລະ ຕ້ານບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກໍຄືກົມກອງໃນ
ໄລຍະທີ່ຜ່ານມາ, ພ້ອມນີ້ຍັງຍົກໃຫ້ເຫັນສະພາບການຕ່າງໆ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ, ນັກຮົບໃຫ້
ມີຄວາມໜັກແໜ້ນສຸມໃສ່ເຮັດວຽກງານຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆ, ພ້ອມນັ້ນ ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນເພື່ອຊອກຫາ
ຊ່ອງທາງວິທີການຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າ, ສ້າງໃຫ້ກົມກອງກາຍເປັນກົມກອງ 3 ປອດ ຄື: ປອດໃສ, ປອດໄພ , ປອດຄະດີ
ແລະ ກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດ
ມາໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບຂອງພາກພື້ນສາກົນທີ່ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນພາກພື້ນ ເພື່ອເປັນບ່ອນອີງ
ໃຫ້ແກ່ການຈັດຕັ້ງປະຕິບັດປະຈຳໄຕມາດທີ 2 ໃຫ້ສຳເລັດ. ພ້ອມນີ້ກໍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາສືບຕໍ່ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນ
ກັບການໂຄສະນາທັງດ້ານວິທີການໃນການສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ
ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນໃນການ ປະກອບສ່ວນປະຕິບັດໜ້າທີ່ວຽກງານລວມຂອງກົມກອງ ກໍຄືວິຊາສະເພາະ
ໃຫ້ມີຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ເຂັ້ມແຂງທາງດ້ານການ
ຈັດຕັ້ງ ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ, ສ້າງເງື່ອນໄຂ ແລະ ສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ກົມກອງ
ແລະ ປະຊາຊົນບັນດາເຜົ່າໄດ້ສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ
ຕາມຄາດໝາຍທີ່ວາງໄວ້.