ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 1 ເປີດບັ້ນອົບຮົມ-ຫັດແອບ ປັບປຸງ​ລະບຽບ​ແບບ​ແຜນ


     ກອງພົນທີ 1 ໄດ້ຈັດພິທີເປີດບັ້ນອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກປະຈໍາປີ 2020 ຂຶ້ນໃນວັນທີ 27 ກຸມພາ ນີ້ໂດຍ ການເປັນປະ
ທານຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າ ການທະຫານກອງ ພົນທີ 1. ການເປີດບັ້ນອົບຮົມ-ຫັດແອບປັບປຸງລະບຽບແບບແຜນເຝິກຝົນກໍາລັງແຮງ
ກາຍໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການອົບຮົມ-ຫັດແອບຂອງກົມໃຫຍ່ ເສນາທິການກອງທັບ ແລະ ຄໍາສັ່ງແນະນໍາຂອງກົມອົບຮົມວ່າ ດ້ວຍການຈັດຕັ້ງອົບຮົມ-ຫັດ
ແອບປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍປະຈໍາປີ 2020 ສະບັບເລກທີ 02/ກອຮ ລົງວັນທີ 6/1/2020, ອີງຕາມ ແຜນການອົບຮົມ-ຫັດແອບຂອງ ກອງ
ພົນທະຫານຮາບທີ 1 ແລະ ອີງຕາມຜົນຂອງການກວດກາຕີລາຄາຜົນໄດ້ຮັບໃນການຈັດຕັ້ງອົບຮົມ-ຫັດແອບປະຈໍາປີ 2019 ຂອງກົມກອງໃນໄລຍະຜ່ານມາ, ເພື່ອຈັດ
ຕັ້ງປະຕິບັດແຜນການອົບຮົມ-ຫັດແອບປັບປຸງລະບຽບ ແບບແຜນ ເຝິກຝົນກຳລັງແຮງ ກາຍປະຈໍາປີ 2020 ໃຫ້ໄດ້ຮັບ ຜົນດີ ແລະ ມີປະສິດທິຜົນສູງ. ປະຕິບັດເນື້ອໃນ 4
ບຸກທະລຸຂອງສູນກາງພັກ ແລະ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງ ວາງອອກນັ້ນ ຄະນະພັກ-ຄະນະບັນຊາການກອງພົນທີ 1 ໄດ້ເປີດບັ້ນອົບຮົມ-ຫັດ
ແອບປະຈຳປີ 2020 ເພື່ອສືບຕໍ່ສ້າງຜົນງານ; ສ້າງຂະບວນການດ້ານຕ່າງໆຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ຮັບຕ້ອນວັນປະ
ຫວັດສາດສໍາຄັນອື່ນໆ.

     ການອົບຮົບ-ຫັດແອບໃນຄັ້ງນີ້ ກໍເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ- ຍຸດທະວິທີ, ລະດັບວິຊາສະເພາະໃຫ້ນາຍ ແລະ ພົນທະຫານມີຄວາມ
ສາມາດທີ່ແນ່ນອນ, ມີພິກໄຫວທີ່ຄ່ອງແຄ້ວຢູ່ສະເໝີ, ຮັບປະກັນກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກກໍລະນີ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ. ທັງເປັນ
ການກະຕຸກຊຸກຍູ້ໃຫ້ບັນດາກົມກອງຕັ້ງໜ້າປະຕິບັດຂໍ້ກໍານົດ; ກົດລະບຽບຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ມີແບບແຜນວິທີເຮັດວຽກ, ປັບປຸງຫັນເອົາກົມກອງເຂົ້າສູ່ລະ
ບຽບແບບແຜນ ແລະ ເປັນ ການຍົກສູງດ້ານທິດສະດີ, ຫຼັກການ, ແນວທາງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອອົງອາດກ້າຫານຂອງກອງທັບ, ຂອງກົມກອງ. ເຮັດໃຫ້
ພະນັກງານ-ນັກຮົບມີແນວຄິດການເມືອງ ໜັກແໜ້ນ ສາມາດຕ້ານໄດ້ປະກົດການຫຍໍ້ທໍ້; ກົນອຸບາຍເລ່ຫຼ່ຽມຂອງກຸ່ມຄົນບໍ່ຫວັງດີ ແລະ ເສີມສ້າງກຳລັງແຮງກາຍໃຫ້ມີ
ສຸຂະພາບເຂັ້ມແຂງ ກຽມພ້ອມເຮັດສຳເລັດໜ້າທີ່ໃນທຸກເງື່ອນໄຂການອົບຮົມ-ຫັດແອບຈະໄດ້ດໍາເນີນໄປເປັນເວລາ 160 ວັນ, ວັນອົບຮົມ-ຫັດແອບຕົວຈິງ 150 ວັນຄື:
ພາກການເມືອງ 5 ວັນ, ພາກການທະຫານ 130 ວັນ, ພະລາທິການ-ເຕັກນິກ 5 ວັນ, ອົບຮົມວິຊາສະເພາະ 10 ວັນ.

     ເພື່ອຮັບປະກັນໃຫ້ແກ່ການອົບຮົມ-ຫັດແອບບັນລຸຕາມລະດັບຄາດໝາຍ ສະຫາຍ ຫົວໜ້າ ການທະຫານກອງພົນທີ 1 ກໍໄດ້ກ່າວຊີ້ນໍາໃຫ້ ຄະນະພັກ-ຄະນະບັນຊາ,
ພະນັກງານ-ນັກຮົບ ທຸກ ສະຫາຍ ຕ້ອງເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ຍົກສູງຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານ, ສຸມ
ທຸກແຮງຈິດໃຈ, ສະຕິປັນຍາ ແລະ ເປັນເຈົ້າການໃນການອົບຮົມ-ຫັດແອບໃຫ້ບັນລຸໄດ້ຄາດ  ໝາຍສູງ, ໂດຍສົມທົບລະຫວ່າງທິດສະດີ, ຫຼັກການຕິດພັນແໜ້ນກັບການ
ປະຕິບັດຕົວຈິງ ເພື່ອສ້າງໃຫ້ກົມກອງ ມີຄວາມເຂັ້ມແຂງ ສາມາດຮັບປະກັນເຮັດສໍາເລັດໜ້າທີ່ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.