ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາໂຄງການກໍ່ສ້າງຕຶກອາຄານສະຖານີວິທະຍຸ-ໂທລະພາບກອງທັບ

     ພິທີເຊັນສັນຍາການກໍ່ສ້າງຕຶກອາຄານສະຖານີວິທະຍຸ-ໂທລະພາບກອງທັບປະຊາຊົນລາວ ລະຫວ່າງກົມໃຫຍ່ການເມືອງກອງທັບ ກັບ ບໍລິສັດ ຫອມ
ສົມບັດ ກໍ່ສ້າງ ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 1 ມີນາ 2018 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະ
ຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ທ່ານ ວັນຊະນະ ຫອມສົມບັດ ປະທານບໍລິສັດ ຫອມສົມບັດ ກໍ່ສ້າງ, ມີຜູ້ຕາງໜ້າ
ຈາກກົມ, ກອງ, ຫ້ອງການ, ພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ທ່ານ ພົນຕີ ສອນທອງ ພົມລາວົງ ຮ່ວມລົງນາມເຊັນສັນຍາການກໍ່ສ້າງຕຶກອາຄານສະຖານີວິທະຍຸ-ໂທລະພາບກອງທັບປະຊາຊົນລາວ

     ອີງຕາມຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການກໍ່ສ້າງສຳນັກງານສະຖານີວິທະຍຸ-ໂທລະພາບກອງທັບປະຊາຊົນລາວ ສະບັບເລກ
ທີ 495/ ກມທ ລົງວັນທີ 1 ທັນວາ 2018, ເຊິ່ງເລີ່ມລົງມືການກໍ່ສ້າງແຕ່ວັນ ທີ 12 ທັນວາ 2018 ຈົນເຖິງວັນ ທີ 31 ທັນວາ 2019 ແມ່ນໃຫ້ສຳ
ເລັດຂັ້ນ 1 ເຊິ່ງການກໍ່ສ້າງແມ່ນ ມີ 3 ໄລຍະ, ຕຶກສຳນັກງານດັ່ງກ່າວເປັນອາຄານ 4 ຊັ້ນ, ອາຄານເທເບຕົງເສີມເຫຼັກຂະໜາດ 15x25 ແມັດ, ສູງ 20
ແມັດ, ມີ 38 ຫ້ອງເຮັດວຽກ ແລະ ມີ 12 ຫ້ອງນໍ້າ ລວມມູນຄ່າ ການກໍ່ສ້າງທັງໝົດເປັນເງິນ 5.671.462.000 ກີບ, ການກໍ່ສ້າງແມ່ນບໍລິສັດອອກ
ກ່ອນ 100%, ຫຼັງຈາກສຳເລັດແລ້ວ, ກະຊວງປ້ອງກັນປະເທດຈຶ່ງຊຳລະໃຫ້ຕາມຫຼັງ, ທັງນີ້ກໍເພື່ອເປັນການພັດທະນາວຽກງານສື່ມວນຊົນຂອງກະຊວງ
ປ້ອງກັນປະເທດ ໃຫ້ມີບາດກ້າວອັນໃໝ່ ແລະ ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງແນວຄິດຂອງພັກ ໃນໄລ
ຍະໃໝ່, ເພື່ອເຜີຍແຜ່ແນວທາງນະໂຍບາຍ ແລະ ຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັງຮັບໃຊ້ໜ້າທີ່ ວຽກງານປ້ອງກັນຊາດທົ່ວປວງຊົນໃນການຮັບຮູ້ເຊື່ອມ
ຊຶມໃນສັງຄົມຕໍ່ກັບການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອບດ້ານຂອງພັກ-ລັດ ເຊິ່ງເຮັດໜ້າທີ່ເປັນກະບອກສຽງອັນ
ແຫຼມຄົມ ໃຫ້ແກ່ກຳລັງປະກອບອາວຸດ, ທັງເປັນການຕີຖອຍຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກກຸ່ມຄົນບໍ່ຫວັງດີຕໍ່ລະບອບປະ
ຊາທິປະໄຕ ປະຊາຊົນ ຂອງພວກເຮົາ.