ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເຄື່ອນໄຫວອວຍພອນ ການນຳກະຊວງ ແລະ ອະດີດການນຳພັກ-ລັດ

     ໃນໄລຍະເດືອນມັງກອນນີ້, ຄະນະພັກ-ຄະນະບັນຊາກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ພັນເອກ ວຽງ
ໄຊ ສົມວິຈິດ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້, ກະຕ່າຂອງຂວັນ ແລະເງິນສົດຈຳນວນໜຶ່ງໄປອວຍພອນບັນດາກຳມະການຄະນະປະຈຳພັກກະຊວງ
ປ້ອງກັນປະເທດ ແລະພະນັກງານປະຕິວັດອາວຸໂສບຳນານ ເນື່ອງໃນໂອກາດປີໃໝ່ສາກົນ ແລະວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 68 ປີ.

                                
                                                                       ທ່ານ ພັນເອກ ວຽງໄຊ ສົມວິຈິດ ພ້ອມດ້ວຍຄະນະເຂົ້າອວຍພອນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ

     ການເຂົ້າອວຍພອນຄັ້ງນີ້ ແມ່ນໄດ້ອວຍພອນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດປະທານສູນກາງແນວລາວສ້າງຊາດ ທ່ານ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ທ່ານ ພົນຈັດຕະວາ ບົວສ້ຽງ ຈຳປາພັນ
ອະດີດຫົວໜ້າກົມປະຫວັດສາດ, ທ່ານ ພົນຈັດຕະວາ ສົມຫວັງ ວົງຄຳຊາວ ອະດີດຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ທ່ານ ບຸນຊູ ສີ
ໄພງາມ ອະດີດນັກຮົບກອງຟ້າງຸ່ມ ແລະທ່ານ ປ້າກັນລະຍາ ຈັນທະມາດ ພັນລະຍາອະດີດ ພົນຕີ ວິໄສ ຈັນທະມາດ.


ທ່ານ ພັນເອກ ວຽງໄຊ ສົມວິຈິດ ເຂົ້າອວຍພອນ ທ່ານພົນຈັດຕະວາບົວສ້ຽງຈຳປາພັນ, ທ່ານພົນຈັດຕະວາວົງຄຳ ພົມມະກອນ

     ໃນໂອກາດເຂົ້າອວຍພອນແຕ່ລະທ່ານ, ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍໄດ້ຢ້ຽມຢາມຖາມຂ່າວ
ເຖິງຄວາມສຸກທຸກຂອງແຕ່ລະທ່ານ ໂດຍໄດ້ຕາງໜ້າພະນັກງານ-ນັກຮົບໃນກົມວິທະຍາສາດ-ປະຫວັດສາດ ການທະຫານ ອວຍພອນໄຊອັນປະເສີດໃຫ້ທຸກ
ທ່ານຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກກາຍສະບາຍໃຈໃນຊີວິດສ່ວນຕົວ ແລະຄອບຄົວ ພ້ອມທັງຢໍ້າວ່າ: ໃນນາມນາຍ ແລະພົນທະຫານ ກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ພວກຂ້າພະເຈົ້າກໍຄືໃນນາມນາຍ ແລະພົນທະຫານໃນກຳລັງປະກອບອາວຸດກອງທັບປະຊາຊົນລາວຈະສືບຕໍ່ຮໍ່າຮຽນເອົາ
ພຶດຕິກຳ ແລະຜົນງານມູນເຊື້ອຂອງບັນດາທ່ານເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງເພື່ອສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງ, ໜັກແໜ້ນຢ່າງບໍ່ຢຸດຢັ້ງ.


ທ່ານ ພັນເອກ ສຸລິວັນ ແສງຈັນ ເຂົ້າອວຍພອນ ທ່ານພົນຈັດຕະວາສົມຫວັງວົງຄຳຊາວ    ທ່ານ ພັນເອກ ວິຊຽນ ສີສະອາດ ເຂົ້າອວຍພອນ ທ່ານ ພົນໂທໄອ່ສຸລິຍະແສງ