ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມພົວພັນຕ່າງປະເທດ ຕ້ອນຮັບ
ທີ່ປຶກສາທູດຝ່າຍທະຫານ ສ ອິນເດຍ ປະຈຳ ສປປ ລາວ

     ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຕ້ອນຮັບ ທ່ານ ພັນເອກ ພິເອັສ ປູເນຍ ທີ່ປຶກສາທູດຝ່າຍທະຫານ
ສ ອິນເດຍ ປະຈຳ ສປປ ລາວ ທີ່ມີສຳນັກງານສະຖານທູດຕັ້ງຢູ່ນະ ຄອນຫຼວງຮ່າໂນຍ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບໃນວັນທີ 31 ມັງກອນ 2017 ນີ້.

                                
                                                                            ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ຕ້ອນຮັບທີ່ປຶກສາທູດຝ່າຍທະຫານອິນເດຍປະຈຳສປປລາວ

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ກ່າວຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທີ່ປຶກສາທູດຝ່າຍທະຫານ ສ ອິນເດຍ ທີ່
ໄດ້ມາຮັບໜ້າທີ່ດັ່ງກ່າວ ເຊິ່ງຈະເປັນການປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີລະຫວ່າງສອງກອງທັບ ລາວ-ອິນເດຍ ທີ່
ມີມາແລ້ວນັ້ນ ໃຫ້ງອກງາມຍິ່ງຂຶ້ນ ເພື່ອນຳຜົນປະໂຫຍດມາສູ່ສອງກອງທັບ, ກໍຄືປະຊາຊົນສອງຊາດ ລາວ-ອິນເດຍ.

     ທ່ານທີ່ປຶກສາທູດຝ່າຍທະຫານ ສ ອິນເດຍ ກ່າວວ່າ: ກອງທັບອິນເດຍຍິນດີທີ່ຈະໃຫ້ການຊ່ວຍເຫຼືອ ທາງດ້ານທຶນການສຶກສາ ເພື່ອຍົກລະດັບບຸກຄະ
ລາກອນຂອງກອງທັບປະຊາຊົນລາວ, ເປັນຕົ້ນແມ່ນຫຼັກສູດພາສາອັງກິດ ແລະໃຫ້ທຶນການສຶກສາເພື່ອໄປຮຽນຕໍ່ຢູ່ປະເທດອິນເດຍ ແລະການແລກປ່ຽນຄະ
ນະຜູ້ແທນໃນລະດັບຕ່າງໆເພື່ອໄປຢ້ຽມຢາມ ລະຫວ່າງສອງປະເທດ.