ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປິດຊຸດອົບຮົມທິດສະດີມາກ-ເລນິນ ແລະ ກໍ່ສ້າງຮາກຖານການເມືອງ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປິດຊຸດບໍາລຸງທິດສະດີມາກ-ເລນິນລະບົບ 5 ເດືອນ ຊຸດທີ VIII ແລະກໍ່ສ້າງຮາກຖານການ
ເມືອງ ຊຸດທີ VII ໃນວັນທີ 31 ມັງກອນນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ວິໄລ ຫລ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ມີທ່ານ ພົນຈັດຕະວາ ຄໍາຫລ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ,
ພະນັກງານ-ຄູອາຈານ, ນັກສຶກສາທັງສອງລະບົບ ແລະບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

                                
                                                                    ທ່ານພົນຕີ ວິໄລ ຫລ້າຄໍາຟອງ ເປັນປະທານປິດຊຸດບໍາລຸງທິດສະດີມາກ-ເລນິນແລະກໍ່ສ້າງຮາກຖານການເມືອງ

     ພັນໂທ ບົວຈັນ ນວນແກ້ວ ຮອງຫົວໜ້າກົມອົບຮົມກໍ່ສ້າງ ວປກ ໄດ້ຂຶ້ນສະຫຼຸບຕີລາຄາຜົນການອົບ ຮົມທັງສອງລະບົບ ເຫັນວ່ານັກສຶກສາໄດ້ເອົາ
ໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານດ້ວຍຄວາມຫ້າວຫັນ, ໄດ້ມີຄວາມຮັບຮູ້ອັນໃໝ່ທາງດ້ານທິດສະດີ, ຫຼັກມູນພື້ນຖານວິທະຍາສາດການ
ເມືອງ-ການທະຫານຂອງພັກ ແລະທິດຊີ້ນໍາ, ຫຼັກການ ແລະປະສົບການໃນການລົງກໍ່ສ້າງຮາກຖານການເມືອງຢູ່ຊົນນະບົດຂຶ້ນຕື່ມອີກກ້າວໜຶ່ງ, ທັງໄດ້ປະ
ກອບສ່ວນຢ່າງເປັນເຈົ້າການໃນວຽກງານການປັບປຸງ-ກໍ່ສ້າງກົມກອງຢ່າງເປັນຂະບວນ ຟົດຟື້ນ, ເຊິ່ງລວມທັງ 2 ຊຸດ ມີທັງໝົດ 70 ສະຫາຍ, ໃນນີ້ນັກ
ສຶກສາທິດສະດີມາກ-ເລນິນ ມີ 30 ສະຫາຍ ແລະກໍ່ສ້າງຮາກຖານ 40 ສະຫາຍ, ຜ່ານການກວດກາການປະຕິບັດແຜນການ-ຕາຕະລາງອົບຮົມບໍາລຸງ
ຕາມເນື້ອໃນຫຼັກສູດ ເຫັນວ່າໄດ້ບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງອອກ.

     ໂອກາດນີ້ ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ຍັງໄດ້ໃຫ້ກຽດກ່າວໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາ
ໄດ້ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກງານ-ຄູອາຈານ ແລະນັກຮຽນ-ນັກສຶກສາວິທະຍາຄານ ເອົາໃຈໃສ່ສຶກສາອົບ
ຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ຄູອາຈານ ແລະນັກຮົບພາລະກອນທຸກຄົນຮັບຮູ້ເຊື່ອມຊຶມຢ່າງເລິກເຊິງຕໍ່ແນວ ທາງແຜນນະໂຍບາຍຂອງ
ພັກ, ສຶບຕໍ່ຊີ້ນໍາ-ນໍາພາວິທະຍາຄານ, ພະນັກງານ-ຄູອາຈານ ປະຕິບັດໜ້າທີ່ໃຈກາງຂອງຕົນເຂົ້າໃນການສິດສອນ, ບໍາລຸງ-ກໍ່ສ້າງນາຍທະຫານໃຫ້ຮັບປະກັນ
ໄດ້ຄຸນນະພາບຕາມມາດຖານທີ່ກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ເຝິກຝົນຕົນເອງໃນການຄົ້ນຄວ້າຊອກຮູ້ຮໍ່າຮຽນຢູ່ສະເໝີ ເພື່ອຍົກລະດັບ
ຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນເລື້ອຍໆ, ເພື່ອສ້າງກອງທັບເຮົາໃຫ້ມີການຫັນປ່ຽນກາຍເປັນກອງທັບປະຕິວັດ-ກອງທັບປະຊາຊົນທີ່ມີແບບແຜນທັນ
ສະໄໝ.