ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການຢ້ຽມຢາມຣາຊະອານາຈັກກຳປູເຈຍ

     ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູ
ເຈຍ ໃນລະຫວ່າງວັນທີ 27-29 ທັນວາ 2018 ຜ່ານມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍ
ຄະນະ ໄດ້ສຳເລັດການຢ້ຽມຢາມຣາຊະອະນາຈັກກຳປູເຈຍຢ່າງເປັນທາງການ.


ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການຢ້ຽມຢາມ ແລະເຮັດວຽກຢູ່ຣາຊະອະນາຈັກກຳປູເຈຍ

     ໃນໄລຍະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ກໍໄດ້ພົບປະສອງຝ່າຍກັບຄະນະຜູ້ແທນ
ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູ ເຈຍ ແລະ ພ້ອມກັນປຶກສາຫາລືບັນຫາຕ່າງໆ ໂດຍສະເພາະແມ່ນບັນຫາຊາຍແດນລະຫວ່າງສອງປະເທດ ເຊິ່ງຄະ
ນະທັງສອງແມ່ນເຫັນດີເປັນເອກະພາບຕາມເນື້ອໃນຈິດໃຈຂອງທັງສອງນາຍົກ ລາວ-ກຳປູເຈຍ ໄດ້ພົບປະກັນໃນຫຼາຍຄັ້ງຜ່ານມາ, ພ້ອມນັ້ນກໍໄດ້ປຶກສາຫາລືກ່ຽວ
ກັບການແລກປ່ຽນຢ້ຽມຢາມລະຫວ່າງຄະນະຜູ້ແທນທະຫານຂັ້ນສູງທັງສອງປະເທດ ແລະ ບັນດາຂະແໜງການເຫຼົ່າຮົບທີ່ທັງສອງຝ່າຍເຫັນດີຮ່ວມກັນ, ບົນພື້ນຖານ
ຄວາມປອງດອງເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ.

     ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະສາມລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫວຽດນາມ ແລະ
ກຳປູເຈຍ. ການເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນເປັນນິມິດໝາຍອັນສຳຄັນ ແລະ ເປັນສັນຍາລັກແຫ່ງການຮັດແໜ້ນ ຄວາມສາມັກຄີມິດຕະພາບທີ່ມີມາແຕ່ຍາວ
ນານລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ ແມ່ນສາມປະເທດທີ່ມີເສັ້ນຊາຍແດນຕິດຈອດກັນ, ເປັນສາມປະເທດທີ່ເຄີຍຕົກຢູ່ໃນຊະຕາກຳອັນດຽວກັນ, ເຄີຍ
ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດຶກດຳບັນ, ເຄີຍຮ່ວມທຸກຮ່ວມສຸກນຳກັນດ້ວຍທີ່ຕັ້ງທາງພູມມີສາດທັງສາມປະເທດ, ດ້ວຍເຫດນັ້ນທັງສາມປະເທດ
ຕ້ອງພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີສຸດແສນລ້ຳຄ່າ ແລະ ເປັນມູນເຊື້ອລະຫວ່າງສາມຊາດ, ສາມກອງທັບ ລາວ, ຫວຽດນາມ ແລະ
ກຳປູເຈຍ ໃຫ້ໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນປົກປັກຮັກສາເສັ້ນຊາຍແດນຂອງສາມປະເທດໃຫ້ມີສະຖຽນລະພາບ, ມີຄວາມສະຫງົບ, ປອດ
ໄພ, ປະສານຢ່າງແໜ້ນແຟ້ນໃນການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງ-ການນຳໃຊ້ຊັບພະຍາ ກອນທຳມະຊາດ ແລະ ຮ່ວມມືກັນຕິດຕາມ, ຄຸ້ມຄອງ ເພື່ອ
ສະກັດກັ້ນຕໍ່ການເຄື່ອນໄຫວແບ່ງແຍກຄວາມສາມັກຄີຂອງສາມປະເທດພວກເຮົາ, ຖ້າມີບັນຫາ ຫຼື ກໍລະນີເກີດຂຶ້ນໃນບໍລິເວນຊາຍແດນກໍຕ້ອງຍຶດໝັ້ນການແກ້ບັນ
ຫາແບບສັນຕິວິທີ, ພົບປະເຈລະຈາ ແລະ ປະສານງານດ້ວຍຄວາມຈິ່ງໃຈນຳກັນ, ສະເໝີພາບ, ຕ່າງຝ່າຍມີຜົນປະໂຫຍດ, ຫຼີກລ່ຽງການໃຊ້ຄວາມຮຸນແຮງຕໍ່ກັນ,
ພ້ອມກັນສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າມະນຸດຂ້າມຊາຍແດນ ແລະ ອາດຊະຍາກຳຂ້າມຊາດຕາມບໍລິເວນ
ຊາຍແດນຂອງສາມປະເທດ.

     ໂອກາດທີ່ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອາ ນາຈັກກຳປູເຈຍຄັ້ງນີ້ ທ່ານຍັງໄດ້ເຂົ້າຢ້ຽມຂໍ່ານັບສົມເດັດ
ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ເຊິ່ງທ່ານນາຍົກລັດຖະມົນຕີກຳປູເຈຍກໍໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ
ຢູ່ຣາຊະອານາຈັກກຳປູເຈຍຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມທັງອວຍພອນໃຫ້ທ່ານພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນ
ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍໃນຄັ້ງນີ້.

     ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກຮຸນແຊນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈໃນ
ຄັ້ງນີ້, ພ້ອມນັ້ນຄະນະຍັງໄດ້ເດີນທາງໄປວາງພວງ ມາລາຢູ່ອະນຸສາວະລີ ແລະ ເດີນທາງເຂົ້າຮ່ວມພີທີສົມໂພດອະນຸສາວະລີຊະນະ ຢູ່ທີ່ນະຄອນຫຼວງພະນົມເປັນ ກ່ອນ
ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.