ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ IV ເຂດ II ພາກເໜືອ ປະຈຳປີ 2017

     ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ IV ເຂດ II ຂອງກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນພາກເໜືອ ປະຈໍາປີ 2017 ໄດ້ຈັດຂຶ້ນ
ໃນວັນທີ 26 ທັນວາ 2017 ນີ້, ຢູ່ທີ່ກອງພົນທີ 2 ໂດຍພາຍ ໃຕ້ການເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຫົວໜ້າກອງພົນທີ 2, ກອງບັນຊາການທະ ຫານແຂວງໄຊຍະບູລີ, ແຂວງ
ຫຼວງພະບາງ, ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂຮງງານປະສານເຫຼົ່າ, ໂຮງໝໍ ບໍລິເວນ 107, ອົງການໄອຍະການທະຫານ ແລະ ສານທະຫານພາກເໜືອ
ພ້ອມດ້ວຍວິຊາການຈາກກະຊວງປ້ອງກັນປະເທດ ແລະ ຄະນະພັກ-ຄະນະບັນຊາກອງພົນ ຕະຫຼອດຮອດພະແນກການທີ່ກ່ຽວຂ້ອງພາຍໃນກອງພົນທີ 2
ເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ IV ເຂດ II ພາກເໜືອ ປະຈຳປີ 2017

     ໃນວາລະດໍາເນີນກອງປະຊຸມ ຕາງໜ້າໃຫ້ກົມກອງຕ່າງໆທີ່ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາໄຕ
ມາດ IV ໃນໄລຍະ 3 ເດືອນທີ່ຜ່ານມາໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ. ເຊິ່ງແຕ່ລະສະຫາຍກໍຍົກເອົາ
ບັນຫາທີ່ສໍາຄັນທີ່ໄດ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນສະພາບຈຸດພິເສດການເຄື່ອນໄຫວຕ່າງໆໃນຂອບເຂດຕົນຮັບຜິດຊອບ ໂດຍໄດ້ຖືເອົາວຽກງານເຮັດໃຫ້
ສະພາບມີຄວາມສະຫງົບ ແລະ ວຽກງານກຽມພ້ອມສູ້ຮົບເປັນບັນຫາທີ່ສໍາຄັນ ແລະ ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ
ຮອບດ້ານ ຕາມທິດນໍາຂອງພັກເປັນກົກເພື່ອຮັບປະກັນໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມບໍລິເວນຊາຍແດນຂອງແຕ່ລະກົມ
ກອງຮັບຜິດຊອບໄດ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຕໍ່ກັບວຽກງານການປັບປຸງກໍ່ສ້າງກໍາລັງໄດ້ຖືເອົາການສຶກສາອົບຮົມການ
ເມືອງນໍາພາແນວຄິດເປັນບັນຫາທີ່ສໍາຄັນ ເພື່ອຍົກສູງທາງດ້ານຄຸນທາດການເມືອງແນວຄິດຄຸນສົມບັດສິນທໍາປະຕິວັດ ຕີຖອຍບັນຫາປາກົດການຫຍໍ້ທໍ້
ໃນຖັນແຖວພະນັກງານ-ສະມາຊິກພັກ-ນັກຮົບ ໂດຍໄດ້ນໍາເອົາເນື້ອໃນມະຕິ X ຂອງສູນກາງພັກລົງໄປເຜີຍແຜ່ເຊື່ອມຊຶມຈັດຕັ້ງປະຕິບັດແນໃສ່ໃຫ້ພະນັກ
ງານ-ນັກຮົບທຸກສະຫາຍມີແນວຄິດຫຼັກໝັ້ນ ແລະ ມີສະຕິຕື່ນຕົວສູງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງ
ກອງທັບ. ໄປພ້ອມໆກັບການປັບ ປຸງກໍ່ສ້າງພັກ-ພະນັກງານ-ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ຕິດພັນກັບຂະບວນການສ້າງກອງຮາກຖານເຂັ້ມ
ແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ແລະ ຂະບວນສ້າງກອງວັດທະນາທໍາ-ນັກຮົບວັດທະນາທໍາໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານຈໍານວນຄຸນນະ
ພາບວຽກງານອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ປັບປຸງລະບຽບແບບແຜນຂອງແຕ່ລະກົມກອງກໍໄດ້ຮັບການປັບປຸງຢ່າງໜັກແໜ້ນ
ເຂັ້ມແຂງວຽກງານປິ່ນປົວພະຍາດຮັບປະກັນທາງດ້ານສຸຂະພາບຂອງນາຍ ແລະ ພົນທະຫານ ແລະ ວຽກງານພະລາທິການ-ເຕັກນິກຮັບປະກັນການແກ້ໄຂ
ຊີວິດການເປັນຢູ່ຂອງກົມກອງ ກໍຄືວຽກງານປັບປຸງກໍ່ສ້າງລະບົບພື້ນຖານໂຄງລ່າງເຄຫາສະຖານ. ພ້ອມນັ້ນກໍໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອການ
ຮ່ວມມືຮອບດ້ານ ແລະ ພົບປະແລກ ປ່ຽນບົດຮຽນກັບກົມກອງແຮກສ່ຽວກອງທັບປະຊາຊົນຫວຽດນາມເປັນປົກກະຕິ.

     ພົນໂທ ສຸວອນ ເລືອງບຸນມີ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນກ່ອນອື່ນກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະພັກ-ຄະ
ນະບັນຊາແຕ່ລະກົມກອງ ທີ່ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນສາມາດຍາດໄດ້ຜົນງານໄຊຊະນະຫຼາຍດ້ານໃນໄລຍະທີ່ຜ່ານມາ ພ້ອມທັງ
ຍົກໃຫ້ເຫັນສະພາບການເຄື່ອນໄຫວທາງດ້ານການທະຫານສາກົນໃນພາກພື້ນ ແລະ ສະພາບການເຄື່ອນໄຫວໃນຂອບເຂດຊາຍແດນ ແລະ ສະພາບພາຍ
ໃນ ໂດຍສະເພາະແມ່ນການເຄື່ອນໄຫວຂອງພວກອິດທິກໍາລັງປໍລະປັກທີ່ເຄື່ອນໄຫວ ກໍ່ຄວາມບໍ່ສະຫງົບໂຄສະນາບິດເບື່ອນຕໍ່ແນວທາງແຜນນະໂຍບາຍ
ຂອງພັກ-ກົດໝາຍຂອງລັດເຮົາໃນໄລຍະໃໝ່ທີ່ອາດສົ່ງຜົນກະທົບຕໍ່ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ກໍຄືການປັບປຸງກໍ່ສ້າງກໍາລັງປະກອບ
ອາວຸດ ໂດຍສະເພາະຕໍ່ການປັບປຸງກໍ່ສ້າງກອງທັບ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກກົມກອງເອົາໃຈໃສ່ເພີ່ມທະວີເຮັດວຽກງານການເມືອງແນວຄິດ
ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ມີຄວາມເຊື່ອ
ໝັ້ນຕໍ່ແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ຍຶດໝັ້ນຕໍ່ລັດທິສັງຄົມນິຍົມ ກໍຄືອຸດົມການຂອງພັກຕີຖອຍບັນຫາປາກົດການຫຍໍ້ທໍ້
ໃນຖັນແຖວພະນັກງານ-ສະມາຊິພັກທຸກຂັ້ນຢ່າງເລິກເຊິ່ງ ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ເລິກເຊິ່ງເຖິງຖອງ ໂດຍ
ສະເພາະແມ່ນສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມທິດນໍາຂອງພັກ ແລະ ເອົາໃຈໃສ່ເຮັດວຽກງານການກຽມພ້ອມສູ້
ຮົບປ້ອງກັນເວນຍາມຕາມສະຖານທີ່ສໍາຄັນຕ່າງໆ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານສືບຕໍ່ອົບຮົມ-ຫັດແອບຮໍ່າຮຽນປັບປຸງລະບຽບ
ແບບແຜນຂອງກົມກອງ ກໍຄືການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິ ໃຫ້ມີຄວາມຄ່ອງແຄ່ວຊໍານິຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນ
ທີ່ທັນສະໄໝ ແລະ ເອົາໃຈໃສ່ຄຸ້ມຄອງກວດກາດ້ານຈໍານວນພົນເພື່ອຮັບປະກັນໃນການເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງຕົວ
ຈິງໃຫ້ທ່ວງທັນກັບສະພາບ.