ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາວັນສະຖາປະນາ
ສປປ ລາວ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ


ພັນເອກ ວຽງໄຊ ສົມວິຈິດ ເປັນປະທານຈັດຕັ້ງປາຖະກະຖາວັນສະຖາປະນາ
ສປປ ລາວ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ

     ໃນຕອນເຊົ້າຂອງວັນທີ 1 ທັນວາ 2017 ນີ້, ກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ
ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ຂຶ້ນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ວຽງໄຊ
ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຢ່າງ
ພ້ອມພຽງ.


ພັນເອກ ສຸລິວັນ ແສງຈັນ ຫວນຄືນເຖີງວັນສະຖາປະນາ ສປປ ລາວ ຄົບຮອບ 42 ປີ

     ໂອກາດນີ້, ທ່ານ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຫວນຄືນເຖີງວັນສະຖາປະນາ ສປປ
ລາວ ຄົບຮອບ 42 ປີ ( 2 ທັນວາ 1975 ) ເຊິ່ງໄດ້ຍົກໃຫ້ເຫັນເຖີງມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ ແມ່ນວັນທີ່ມີ
ຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ປວງຊົນລາວ; ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດ ສາດແຫ່ງການຕໍ່ສູ້ເປັນພັນໆ
ປີຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວ
ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ; ແມ່ນວັນແຫ່ງການກ້າວສູ່ຍຸກ
ສະໄໝໃໝ່ແຫ່ງການສ້າງສາປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ
ເປັນຕົ້ນມາ ແມ່ນໄລຍະທີ່ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ລັດເຮົາໄດ້ມີລັດຖະທຳມະນູນ ແລະ ກົດໝາຍ ເພື່ອປົກຄອງ
ແລະ ຄ້ຳປະກັນສິດ ແລະ ພັນທະຂອງພົນລະເມືອງລາວ, ປະຊາຊົນລາວບັນດາ ເຜົ່າໄດ້ພ້ອມພຽງສາມັກຄີກັນພາຍໃຕ້ການນຳພາຂອງພັກ ປະຕິບັດສອງ
ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຊຶ່ງເຮັດໃຫ້ ສປປ ລາວ ໄດ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ.

     ຕອນທ້າຍ, ທ່ານ ພັນເອກ ວຽງໄຊ ສົມວິຈິດ ຍັງໄດ້ເລົ່າຄືນວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ (13/12/1920-
13/12/2017) ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງຊິວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ
ແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດຜູ້ຍິ່ງໃຫຍ່ຂອງຊາດ, ວິລະບຸລຸດ, ຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດ,
ສະຫຼາດສ່ອງໃສ ແລະ ສະດຸ້ງໄວ, ເປັນຜູ້ນຳທີ່ມີຄຸນສົມບັດສິນທຳປະຕິວັດສູງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບ
ງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ. ພ້ອມທັງເນັ້ນໜັກໃຫ້ພະນັກງານ-ນັກຮົບເຊື່ອມຊຶມພ້ອມກັນນຳໄປເປັນແບບຢ່າງໃນການປະຕິບັດວຽກງານໃຫ້
ມີປະສິດທິຜົນສູງ.

ພາບລວມພະນັກງານ-ນັກຮົບ ເຂົ້າຮ່ວມກອງປະຊຸມ