ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່າ​ນ ພົນ​ເອກ ຈັນ​ສະໝອນ ຈັນຍາ​ລາດ ຕ້ອນຮັບ​ເອກ​ອັກຄະຣາຊະ​ທູດ
ຍີ່ປຸ່ນ ​ແລະ ​ເອກ​ອັກຄະຣາຊະ​ທູດ ສ ສິງກະ​ໂປ ຄົນ​ໃໝ່ປະຈຳ ສປປ ລາວ


ທ່ານ ພົນ​ເອກ ຈັນ​ສະໝອນ ຈັດ​ຍາ​ລາດ ຕ້ອນຮັບ ​​ເອກ​ອັກຄະຣາຊະທູດ ​ຍີ່ປຸ່ນ   ທ່ານ ພົນ​ເອກ ຈັນ​ສະໝອນ ຈັນຍາ​ລາດ ຕ້ອນຮັບ​ທູດ​ສິງກະ​ໂປ

     ວັນທີ 31 ຕຸລາ ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ
ທ່ານ ເກໂຊຕະ ເກວາກະ ເອກອັກຄະຣາຊະທູດ ຍີ່ປຸ່ນ ຄົນໃໝ່ ປະຈຳ ສປປ ລາວ.

     ໂອກາດດັ່ງກ່າວ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນຕໍ່ທ່ານທູດຍີ່ປຸ່ນຄົນໃໝ່ ປະຈຳລາວ, ເຊິ່ງການປະຕິບັດໜ້າທີ່ການ
ທູດໃນຄັ້ງນີ້ ເປັນບາດກ້າວໜຶ່ງຂອງການຮ່ວມມືສອງປະເທດ ລາວ-ຍີ່ປຸ່ນ ທັງເປັນການປະກອບສ່ວນຮັດແໜ້ນສາຍພົວພັນອັນດີງາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ
ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

     ໂອກາດດັ່ງກ່າວ ທ່ານ ເອກອັກຄະຣາຊະທູດ ຍີ່ປຸ່ນ ຄົນໃໝ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຫລັດຖະມົນຕີ ກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືທີ່ມີລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບມື້ຂະຫຍາຍຕົວເປັນຕົ້ນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ
ການພົວພັນຊ່ວຍເຫຼືອດ້ານຕ່າງໆ.

     ໃນວັນດຽວກັນນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕ້ອນຮັບທ່ານ ນາງ ຫຼຽວຊີວຫຼິນ ເອກອັກຄະຮາດຊະທູດແຫ່ງ ສ. ສິງກະໂປ ຄົນໃໝ່ປະຈຳ ສປປ
ລາວ. ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍຕໍ່ທ່ານ ເອກອັກຄະຮາດດຊະທູດ ສ. ສິງກະໂປ ຄົນໃໝ່. ພ້ອມທັງ
ອວຍພອນໃຫ້ທ່ານທູດຈົ່ງປະຕິບັດໜ້າທີ່ການທູດຢູ່ລາວດ້ວຍຜົນສຳເລັດ.

     ທ່ານທູດສິງກະໂປຄົນໃໝ່ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບພ້ອມທັງໃຫ້ສັນຍາວ່າຈະສືບ
ຕໍ່ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງ ລາວ-ສິງກະໂປ ໃຫ້ມີບາດກ້າວໃໝ່ຂຶ້ນເລື້ອຍໆ.