ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບ ເງີ​ນຊົດເຊີຍໃຫ້ພະນັກງານເຂົ້າບໍານານ


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ​ເປັນ​ປະທານ ພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານເຂົ້າບໍານານ

     ໃນວັນທີ 31 ສິງຫາ ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບໍານານທົ່ວກົມໃຫຍ່ເສນາທິການກອງທັບ ໂດຍ
ການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມ
ໃຫຍ່, ກົມ, ຫ້ອງການ, ກອງ, ພະນັກງານຫຼັກແຫຼງ ແລະ ຕາງໜ້າຜູ້ທີ່ໄດ້ຮັບບໍານານເຂົ້າຮ່ວມ.

     ສະຫາຍ ພັນໂທ ເທບພະພອນ ຫອມດີ ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເສນາທິການ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຕາງໜ້າຄອບຄົວຜູ້ທີ່ໄດ້ຮັບເງິນຊົດເຊີຍ
15% ໃນຄັ້ງນີ້ວ່າ: ນີ້ແມ່ນນະໂຍບາຍຂອງພັກ-ລັດ ທີ່ໄດ້ເອົາໃຈໃສ່, ເປັນຫ່ວງເປັນໄຍ ແລະ ຮູ້ບຸນຄຸນຕໍ່ບັນດາສະຫາຍ ທີ່ໄດ້ອຸທິດຊີວິດ, ເຫື່ອແຮງສະຕິປັນຍາປະກອບ
ສ່ວນໃນພາລະກິດປະຕິວັດຜ່ານມາ ພ້ອມນີ້ກໍໄດ້ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫາຍມູນເຊື້ອຂອງພະນັກງານປະຕິວັດ, ເສີມສ້າງຄວາມສາມັກຄີ, ຍົກສູງຄວາມເປັນແບບ
ຢ່າງນຳໜ້າ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການສຶກສາອົບຮົມລູກຫຼານຂອງຕົນ ໃຫ້ກາຍເປັນພົນລະເມືອງດີຂອງປະເທດຊາດ, ສືບຕໍ່ສ້າງສາ ແລະ ພັດທະນາ ເພື່ອເຮັດ
ໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເລື້ອຍໆ.