ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດສະຫຼຸບວຽກງານຮອບດ້ານ


ພົນຕີ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ

     ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2019 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳສີ ວົງຄຳ
ຊາວ ກຳມະການຄະນະປະຈຳພັກ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ຄະນະອຳນວຍການ, ບັນດາລັດວິສາຫະກິດ ພ້ອມດ້ວຍພະ
ນັກງານຫຼັກແຫຼ່ງທີ່ຂຶ້ນກັບເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາທຸກ
ຂັ້ນໄດ້ເປັນເຈົ້າການຊີ້ນຳ-ນຳພາພະນັກງານ-ນັກຮົບຈັດຕັ້ງປະຕິບັດຂົງເຂດວຽກງານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ກໍຄືໜ້າທີ່ການເມືອງຂອງກົມກອງ, ຖືສຳ
ຄັນວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງ ໜັກແໜ້ນຕິດພັນກັບວຽກງານປ້ອງກັນຄວາມສະຫງົບຕ້ານ ແລະ ສະ
ກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ທ່ວງດຶງຕໍ່ກັບການພັດທະນາຂອງກົມກອງໃນຂອບເຂດຂອງຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານດ້ານວິຊາສະ
ເພາະຍົກສູງຄວາມຮັບຜິດຊອບໃນພາລະບົດບາດທີ່ເປັນເສນາທິການຊ່ວຍວຽກຄະນະນຳກະຊວງປ້ອງກັນປະເທດໃນການຄົ້ນຄວ້າບັນດາມະຕິສູນກາງພັກມາເປັນມະຕິ
ຂອງຄະນະພັກກະຊວງ, ຕິດຕາມຄະນະປະຈຳພັກກະຊວງປ້ອງກັນປະເທດລົງຮັບສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວກອງທັບແຕ່ລະໄຕມາດ, ຂຽນບົດສະຫຼຸບ
ຕ່າງໆສົ່ງໃຫ້ຄະນະນຳກະຊວງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສູນກາງ, ຄະນະເລຂາທິການສູນກາງຈຳນວນ 100 ກວ່າສະບັບ ແລະ ບັນດາ
ບົດຄຳເຫັນຕ່າງໆຫຼາຍກວ່າ 50 ສະບັບ, ນອກນັ້ນຍັງໄດ້ກວດແກ້ເອກະສານຕ່າງໆໄດ້ຈຳນວນ 50 ສະບັບ, ເພື່ອຮັບປະກັນຄວາມປອດໄພຮັກສາໄດ້ຄວາມລັບໃນການ
ເຂົ້າ-ອອກປະຕູດຽວຮັກສາໄດ້ຄວາມລັບທີ່ຂັ້ນເທິງມອບໃຫ້, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດຈັດຕັ້ງຄະນະຜູ້ແທນລາວໄປຕ່າງປະເທດຈຳນວນ 521 ຄົນ,
ຄະນະຜູ້ແທນຕ່າງ ປະເທດມາລາວຈຳນວນ 455 ຄົນ, ເຂົ້າຮ່ວມກອງປະຊຸມຕ່າງໆພາຍໃນຂອບເຂດການຮ່ວມມືລັດຖະມົນຕີປ້ອງກັນປະເທດອາຊຽນ-ອາຊຽນບວກ ຈຳ
ນວນ 275 ຄົນ, ດ້ານວຽກງານແກ້ໄຂຊີວິດການເປັນຢູ່ແມ່ນຖືເອົາວຽກງານບໍລິການຮັບໃຊ້ກອງປະຊຸມ, ຊ່ຽວຊານ, ງານດອງ, ງານລ້ຽງ ແລະ ບໍລິການອື່ນໆ ເປັນຕົ້ນຕໍ
ຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ.