ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງີນ ແລະ
ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

     ໃນວັນທີ 30 ມິຖຸນາ ນີ້, ກົມ ໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່
ການກໍ່ການຮ້າຍ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ ການ
ເມືອງກອງທັບ, ມີຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ພະແນກ, ວິຊາການ ແລະ ພະນັກງານ-ນັກຮົບ
ເຂົ້າຮ່ວມ.

     ສະຫາຍ ຮ້ອຍເອກ ນາງ ພິມນະພາ ສຸວັນໄຊ ວິຊາການພະແນກ ໂຄສະນາເຜີຍແຜ່ກົດໝາຍ ໄດ້ຂຶ້ນເຜີຍແຜ່ຄໍາສັ່ງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງ ປະ
ຕິບັດກົດໝາຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຄໍາແນະນໍາຮ່ວມລະຫວ່າງອົງການໄອຍະການປະຊາຊົນສູງສຸດ,
ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ. ເພື່ອເພີ່ມທະວີການຈັດຕັ້ງ ປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງ, ຍຸຕິທໍາ ແລະ ເປັນເອກະພາບ ທົ່ວກອງທັບ
ໂດຍສະເພາະ ເພື່ອເຮັດໃຫ້ກົດໝາຍ ວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ ການກໍ່ຮ້າຍມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ
ຕາມ ຂອບເຂດຄວາມຮັບຜິດຊອບ ໃນການເຜີຍແຜ່ກົດໝາຍ ວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໂດຍປະ
ກອບມີ 7 ພາກ, 7 ໝວດ, 73 ມາດຕາ. ພ້ອມນີ້ກໍຍັງໄດ້ຮັບຟັງ ການເຜີຍແຜ່ກົດໝາຍສະຫະພັນ ນັກຮົບເກົ່າອີກດ້ວຍ. ການເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອເປັນການ
ຍົກສູງຄວາມຮັບຮູ້ທາງດ້ານກົດໝາຍດັ່ງກ່າວ ໃຫ້ແກ່ພະນັກງານ-ນັກຮົບຮັບຮູ້, ເຊື່ອມຊຶມ ເພື່ອພ້ອມກັນນໍາ ໄປໝູນໃຊ້ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບວຽກງານ
ຕົວຈິງ.