
ກອງປະຊຸມສ່ອງແສງວຽກງານ ຮອບດ້ານຂອງບັນດາກົມກອງເຂດ II ປະຈຳໄຕມາດ I

    ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການສູນກາງພັກ  ຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານ
    
     ກອງປະຊຸມສ່ອງແສງ ວຽກງານຮອບດ້ານ  ຂອງບັນດາກົມກອງເຂດ II ປະຈຳໄຕມາດ I ແລະ ວາງທິດທາງແຜນການປະຈຳ ໄຕມາດ II ປະຈໍາປີ  2021
    ໄດ້ຈັດຂຶ້ນ ໃນວັນທີ 26 ມີນາ 2021 ນີ້, ຢູ່ທີກອງພົນທີ 2 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການສູນກາງພັກ ຫົວ
    ໜ້າກົມໃຫຍ່ພະລາທິການ ກອງທັບ  ມີຫົວໜ້າ ກອງພົນທີ 2, ກອງບັນຊາການ ທະຫານແຂວງ ໄຊຍະບູລີ, ແຂວງ ຫຼວງພະບາງ, ໂຮງຮຽນກໍ່ສ້າງນາຍສິບ
    ເລກ1, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ອົງການໄອຍະການທະຫານພາກເໜືອ ແລະ ສານທະຫານພາກເໜືອ  ພ້ອມດ້ວຍວິຊາການ ກະຊວງ
    ປ້ອງກັນປະເທດ ແລະ ຄະນະພັກ-ຄະນະບັນຊາ ກອງພົນ ຕະຫຼອດຮອດພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. 
     ໃນກອງປະຊຸມຕາງໜ້າ ແຕ່ລະກົມກອງ  ໄດ້ຜັດປ່ຽນກັນຂຶ້ນລາຍງານ ການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ປະຈໍາໄຕມາດ I ໃນໄລຍະ  3 ເດືອນທີ່
    ຜ່ານມາ ໂດຍປິ່ນອ້ອມ 4  ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ. ເຊິ່ງຕາງໜ້າ ແຕ່ລະພາກສ່ວນ ກໍຍົກເອົາບັນຫາ ທີ່ສໍາຄັນ ທີ່
  ໄດ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນສະພາບຈຸດພິເສດ ການເຄື່ອນໄຫວວຽກງານດ້ານຕ່າງໆ ໃນຂອບເຂດ ຕົນຮັບຜິດຊອບ  ເຊິ່ງໃນນັ້ນກໍໄດ້ຖືເອົາວຽກງານ
  ເຮັດໃຫ້ສະພາບມີຄວາມສະຫງົບ ແລະ ກຽມພ້ອມສູ້ຮົບ ເປັນບັນຫາທີ່ສໍາຄັນ, ຖືເອົາວຽກງານ ຫັນລົງ ກໍ່ສ້າງຮາກຖານ ການເມືອງ ພັດທະນາຊົນນະບົດ
  ຮອບດ້ານ ຕາມທິດນໍາຂອງພັກ ເປັນກົກ  ຕິດພັນກັບການສ້າງທ່າ ສະໜາມສົງຄາມປະຊາຊົນທັງ 3 ດ້ານ. ໂດຍການສຸມໃສ່ສ້າງ ບ້ານປ້ອມໝັ້ນສູ້ຮົບຕິດ
  ລຽນ, ສູ້ຮົບປ້ອງກັນຕົວ  ແລະ ປົກປັກ ຮັກສາຄວາມເປັນລະບຽບຮຽບຮ້ອຍ ຢູ່ລຽບຕາມບໍລິເວນຊາຍແດນ ຂອງແຕ່ລະກົມກອງ ຮັບຜິດຊອບ ໄດ້ມີຄວາມ
  ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຕໍ່ກັບວຽກງານ ການປັບປຸງກໍ່ສ້າງກໍາລັງ ໄດ້ຖືເອົາການສຶກສາອົບຮົມການເມືອງນໍາພາແນວຄິດ ເປັນ
  ບັນຫາທີ່ສໍາຄັນ ເພື່ອຍົກສູງທາງດ້ານຄຸນທາດ ການເມືອງແນວຄິດຄຸນສົມບັດສິນທໍາປະຕິວັດ ຕີຖອຍບັນຫາປາກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ-ສະ
  ມາຊິກພັກ-ນັກຮົບ  ໂດຍໄດ້ນໍາເອົາເນື້ອໃນຂອງມະຕິ  ຕ່າງໆລົງໄປເຜີຍແຜ່ເຊື່ອມຊຶມ ຈັດຕັ້ງປະຕິບັດແນໃສ່ ໃຫ້ພະນັກງານ-ນັກຮົບ ທຸກສະຫາຍມີແນວຄິດ
  ຫຼັກໝັ້ນ ແລະ  ມີສະຕິຕື່ນຕົວ ໃນການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ກົດໝາຍ ຂອງລັດ, ຂໍ້ກໍານົດກົດລະບຽບ ຂອງກອງທັບ.  ໄປພ້ອມໆ
  ກັບການປັບປຸງກໍ່ສ້າງພັກ-ພະນັກງານ-ອົງການຈັດຕັ້ງມະຫາຊົນ ຕິດພັນກັບຂະບວນການ ສ້າງໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ,
  ກອງ  ວັດທະນະທໍາ-ນັກຮົບວັດທະນະທໍາ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານຈໍານວນ ແລະ ຄຸນນະພາບ, ວຽກງານອົບຮົມ-ຫັດແອບ ທາງດ້ານສິລະ
  ປະຍຸດ-ຍຸດທະວິທີ  ແລະ ປັບປຸງ ລະບຽບແບບແຜນຂອງແຕ່ລະກົມກອງ ກໍໄດ້ຮັບການປັບປຸງ ຢ່າງໜັກແໜ້ນເຂັ້ມແຂງ, ວຽກງານປິ່ນປົວພະຍາດຮັບປະກັນ
  ທາງດ້ານສຸຂະພາບຂອງນາຍ ແລະ ພົນທະຫານ ແລະ ວຽກງານພະລາທິການ-ເຕັກນິກຮັບ ປະກັນ ການແກ້ໄຂຊີວິດ ການເປັນຂອງກົມກອງ  ກໍຄືວຽກງານ
  ປັບປຸງກໍ່ສ້າງລະບົບພື້ນຖານໂຄງລ່າງເຄຫະສະຖານສະຖານທີ່ຄ້າຍຄູ, ການຜະລິດປູກຝັງ-ລ້ຽງສັດ ແລະ  ວຽກງານສ້ອມແປງຄຸ້ມຄອງ ບົວລະບັດ ປົກປັກຮັກ
  ສາ ພາຫະນະອາວຸດກະສຸນ ຢູ່ແຕ່ລະກົມກອງກໍໄດ້ຮັບການປົກປັກຮັກສາບົວລະບັດສ້ອມແປງ ເປັນປົກກະຕິ.
     ໃນໂອກາດນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍໄດ້ໃຫ້ການໂອ້ລົມຫຼາຍບັນຫາສໍາຄັນ  ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ທຸກກົມ
    ກອງ ຈົ່ງເອົາໃຈໃສ່ ເພີ່ມທະວີເຮັດວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ແທດເໝາະກັບສະພາບເງື່ອນໄຂ ຕົວຈິງ  ເພີ່ມທະວີຍົກສູງພາລະບົດ
  ບາດການຊີ້ນໍາ-ນໍາພາ ຕໍ່ໜ້າທີ່ ການເມືອງ ຄວາມຮັບຜິດຊອບ ຂອງຕົນໃຫ້ສູງຂຶ້ນມີຄວາມເຊື້ອໝັ້ນຕໍ່ແນວທາງແຜນນະໂຍບາຍ ຂອງພັກ-ກົດໝາຍຂອງ
  ລັດ  ແລະ ຍຶດໝັ້ນຕໍ່ລັດທິສັງຄົມນິຍົມ ກໍຄືອຸດົມການ ຂອງພັກ ຕີຖອຍບັນຫາປາກົດການຫຍໍ້ທໍ້ ໃນຖັນແຖວ ພະນັກງານ-ສະມາຊິກພັກ ທຸກຂັ້ນ ຢ່າງເລິກ
  ເຊິ່ງສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ ມະຕິກອງປະຊຸມໃຫຍ່  ຄັ້ງທີ XI ຂອງພັກໃຫ້ເລິກເຊິ່ງ ເຖິງຖອງ ໂດຍສະເພາະແມ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານ ການ
  ເມືອງພັດທະນາຊົນນະບົດ ຮອບດ້ານ ຕາມທິດນໍາຂອງພັກ ແລະ  ເອົາໃຈໃສ່ເຮັດວຽກງານ ການກຽມພ້ອມສູ້ຮົບປ້ອງກັນ ເວນຍາມຕາມສະຖານທີ່ສໍາຄັນ
  ຕ່າງໆ ໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ  ໂດຍພື້ນຖານ ສືບຕໍ່ອົບຮົມ-ຫັດແອບ ເຝິກແອບ ຮໍ່າຮຽນປັບປຸງລະບຽບແບບແຜນ ຂອງກົມກອງ  ກໍ
  ຄືການອົບຮົມ-ຫັດແອບ ທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຄ່ອງແຄ້ວຊໍານິຊໍານານ ໃນການນໍາໃຊ້ພາຫະນະອາວຸດຍຸດປະກ່ອນ ທີ່ທັນສະໄໝ
  ແລະ ເອົາໃຈໃສ່ ຄຸ້ມຄອງກວດກາ ດ້ານຈໍານວນພົນ ເພື່ອຮັບປະກັນໃນເຄື່ອນໄຫວ ກຽມພ້ອມສູ້ຮົບ ແລະ  ປະຕິບັດໜ້າທີ່ການເມືອງຕົວຈິງ ໃຫ້ທ່ວງທັນ
  ກັບສະພາບການ.