ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນປະຈໍາປີ 2018

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງ 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ ປະຈໍາປີ 2018 ເຊິ່ງປະກອບ
ມີນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ກອງພົນທີ 1 ແລະ ກອງພົນທີ 2 ໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງ
ພະບາງ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີປະທານ ປກຊ-ປກສ, ນະຄອນຫຼວງວຽງຈັນ ແລະ ປະທານຄະນະກໍາມະການ ປກຊ-ປກສ, ບັນດາແຂວງ ແລະ 2
ກອງພົນດັ່ງກ່າວ, ມີບັນດາຜູ້ແທນຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການກໍາມະການ ປກຊ-ປກສ ສູນກາງ,
ບັນດາອົງການ, ກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນເຂົ້າຮ່ວມ.

     ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ໄດ້ຕາງໜ້າ
ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ, ຂຶ້ນກ່າວຕ້ອນຮັບແຂກ-ຜູ້ແທນເຂົ້າຮ່ວມ ພ້ອມທັງມີຄໍາເຫັນກ່າວໄຂກອງປະ
ຊຸມຢ່າງເປັນທາງການ. ຈາກນັ້ນ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ໄດ້
ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທັງສອງພາກ. ໂດຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ພາຍໃນ 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019. ກອງປະຊຸມໄດ້ເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຊຸມປີຜ່ານມາ, ໂດຍສອດຄ່ອງກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານອັນພົ້ນເດັ່ນ ເປັນຕົ້ນ
ແມ່ນໄດ້ພ້ອມກັນຮັກສາໄດ້ຄວາມສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການເມືອງຢູ່ຂັ້ນຮາກຖານບ້ານໄດ້ຮັບການປັບ
ປຸງດີຂຶ້ນ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບໄດ້ມີການປັບປຸງ, ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝເປັນກ້າວໆ. ບົດສະຫຼຸບຍັງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ບົກຜ່ອງ ໂດຍສະເພາະແມ່ນວຽກງານຮັບ
ປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານພະລາທິການ-ເຕັກນິກ ແລະ ວຽກງານພົວພັນຕ່າງປະເທດເຫຼົ່ານີ້ເປັນຕົ້ນ ເຊິ່ງຈະຕ້ອງ
ໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ນັບມື້ດີຂຶ້ນ.

     ໃນຕອນທ້າຍກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ທັງ
ສອງກໍາລັງສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ສົມທົບກັບວຽກງານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບ ກັບການພັດທະນາເສດຖະກິດ-ສັງຄົມ, ແລະ ການພົວພັນຮ່ວມມືກັບຕ່າງປະເທດຢ່າງກົມກຽວ, ເພື່ອຮັບປະກັນໃຫ້ທັງ 3 ແຂວງ, 1 ນະ
ຄອນຫຼວງ ແລະ ບັນດາແຂວງໃກ້ຄຽງມີຄວາມສະຫງົບປອດໄພ, ໂດຍສຸມໃສສ້າງບ້ານປ້ອມໝັ້ນ, ກຸ່ມບ້ານປ້ອງກັນຊາດຕິດລຽນ, ຕິດພັນກັບການສ້າງກຸ່ມບ້ານພັດທະ
ນາຮອບດ້ານ, ພ້ອມກັນນັ້ນກໍຕ້ອງປັບປຸງກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ, ເປັນກໍາລັງຈົ່ງຮັກພັກດີ, ມີຄວາມສາມາດ,
ມີຈັນຍາທໍາ, ຈັນຍາບັນໃນການເຮັດໜ້າທີ່ວຽກງານ, ໄປພ້ອມກັນນັ້ນກໍຕ້ອງບໍາລຸງກໍ່ສ້າງກໍາລັງກອງຫຼອນ, ປ້ອງກັນຄວາມສະຫງົບບ້ານ ແລະ ກໍາລັງປ້ອງກັນຕົວຢູ່ບັນດາ
ສໍານັກງານ-ອົງການ, ບໍລິສັດລັດວິສາຫະກິດທົ່ວທັງ 3 ແຂວງ ແລະ 1 ນະຄອນຫຼວງ. ຮັກສາແໜ້ນຄວາມສາມັກຄີເປັນເອກະພາບພາຍໃນພັກ-ລັດ, ປະຊາຊົນບັນດາເຜົ່າ
ແລະ ກໍາລັງປະກອບອາວຸດໃຫ້ແໜ້ນແຟ້ນ, ເປັນເຈົ້າການຕ້ານ ແລະ ທັບມ້າງທຸກຮູບການແຊກແຊງເຄື່ອນໄຫວມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນ
ທີ່ບໍ່ຫວັງດີໃຫ້ໄດ້ຢ່າງທັນການ.