ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສໍາເລັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈໍາປີ 2018


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2018

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2018 ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ, ບົນຈິດໃຈເສີມຂະຫຍາຍປະຊາທິປະໄຕ, ສະຕິ
ປັນຍາລວມໝູ່ ແລະ ເຊີດຊູຄວາມຮັບຜິດຊອບສູງຂອງບັນດາສະຫາຍທີ່ເຂົ້າຮ່ວມຕໍ່ເນື້ອໃນກອງປະຊຸມໄດ້ເຮັດໃຫ້ກອງປະຊຸມດັ່ງກ່າວສໍາເລັດຕາມຈຸດປະສົງຄາດໝາຍ
ໃນວັນທີ 28 ກຸມພາ 2018 ນີ້.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະຫຼຸບຄືນຜ່ານການດໍາເນີນກອງປະ
ຊຸມໃນໄລຍະ 2 ວັນຜ່ານມາ ໂດຍວາລະດໍາເນີນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນຄົ້ນຄວ້າຕີລາຄາຄືນສະພາບການທີ່ພົວພັນເຖິງຄວາມສະຫງົບປອດໄພຢູ່ປະ
ເທດເຮົາ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນປີ 2018 ຜ່ານມາ ກໍຄືການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງປະກອບອາວຸດທາງດ້ານການເມືອງ, ແນວຄິດ,
ການຈັດຕັ້ງ, ການຍົກສູງບົດບາດການນໍາພາຂອງພັກ, ການປະຕິບັດໜ້າທີ່ຂອງບັນດາການຈັດຕັ້ງມະຫາຊົນ, ເວົ້າລວມແມ່ນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ
ງານຂອງຄະນະພັກກະຊວງປ້ອງກັນປະເທດ, ສຸມໃສ່ຄົ້ນຄວ້າປະກອບຄໍາຄິດເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານທີ່ໄດ້ເຮັດ
ສໍາເລັດ, ບັນດາຈຸດອ່ອນທີ່ຍັງຄົງຄ້າງ ພ້ອມທັງວິທີແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານຈຸດສຸມໃນປີ 2019.

     ພ້ອມດຽວກັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືປະເທດເຮົາທີ່ພວມຜັນແປໄປຢ່າງ
ສັບສົນ, ຍົກໃຫ້ເຫັນບາງບັນຫາທີ່ຈະຕ້ອງໄດ້ເອົາໃຈ ໃສ່ໃນຕໍ່ໜ້າ ແລະ ມີຄໍາເຫັນຫຼາຍບັນຫາສໍາຄັນເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຈຸດສຸມໃນ
ປີ 2019 ເປັນຕົ້ນແມ່ນຕ້ອງເປັນເຈົ້າການສະກັດກັ້ນ ແລະ ຕ້ານທຸກກົນອຸບາຍເລ່ລ່ຽມຂອງສັດຕູທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ສືບ
ຕໍ່ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ເພື່ອປົກປັກຮັກສາລະບອບປະຊາທິປະໄຕປະຊາ
ຊົນໄວ້ໃຫ້ໝັ້ນຄົງ, ຮັບປະກັນໃຫ້ທົ່ວປະເທດມີສະຖຽນລະພາບທາງງດ້ານການເມືອງ, ມີຄວາມສະຫງົບ ປອດໄພຢ່າງໜັກແໜ້ນດ້ວຍມາດຕະການຍຸດທະສາດ, ຈັດ
ຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ບັນດາຈຸດ
ສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ, ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມ
ແຂງໃນທຸກດ້ານ, ພ້ອມກັນຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ປະຕິບັດມາດຕະການຍຸດທະສາດ
ຫັນລົງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ເກັບກຳສະພາບປະຊາຊົນ, ຈັດຕັ້ງກຳລັງປະຈໍາຢູ່ແຕ່ລະບ້ານ, ຕັ້ງໜ້າສຶກສາອົບຮົມການເມືອງແນວຄິດ, ອົບຮົມທາດແທ້
ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີ ພ້ອມນັ້ນ ກໍຊຸກຍູ້ຂະບວນການຕ່າງໆເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງພັກ, ຂອງຊາດໃຫ້
ມີຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກຳລັງປະກອບອາ
ວຸດ, ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນະທໍາໃຫ້ມີຄຸນນະພາບ ແລະ ສ້າງພະນັກງານສືບ
ທອດປ່ຽນໃຫ້ຕໍ່ເນື່ອງ, ເອົາໃຈໃສ່ຄົ້ນຄວ້າໂຄງການ-ຫຼັກສູດການສິດສອນ, ໂຄງການກໍ່ສ້າງບໍາລຸງວຽກງານອົບຮົມ-ຫັດແອບປັບປຸງລະບຽບແບບແຜນຂອງກອງທັບໃຫ້
ມີຄຸນນະພາບຕິດແທດກັບໜ້າທີ່ການ ເມືອງຂອງກອງທັບໃນໄລຍະໃໝ່, ຄຽງຄູ່ກັນນັ້ນກໍເອົາໃຈໃສ່ວຽກງານສ້າງພະລາທິການກັບທີ່ ຕົ້ນຕໍແມ່ນໃຫ້ຮັບປະກັນໄດ້ດ້ານ
ສະບຽງອາຫານ, ການຈັດຕັ້ງລ້ຽງດູທັບ, ຮັບປະກັນເງິນເດືອນ-ເງິນກິນ, ດ້ານເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ວຽກງານຂົນສົ່ງ, ຍູ້
ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກໍາຂັ້ນກະຊວງ ແລະ ຂອງບັນດາກົມກອງເພື່ອຍົກລະດັບຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃຫ້ດີຂຶ້ນ ທັງຜະ
ລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງຂອງຕົນ, ເປັນເຈົ້າການປົກປັກຮັກສາ ແລະ ບົວລະບັດຜັດເຊັດພາຫະນະ, ອາວຸດກະສູນໃຫ້ດີ, ປັບປຸງຄືນລະ
ບົບສາງຄັງເກັບມ້ຽນເອກະສານນິ ຕິກຳໃນການຄຸ້ມຄອງ-ນໍາໃຊ້ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນນະພາບ ແລະ ຕິດຕາມແຜນການດັດແປງພາຫະ ນະ-ເຕັກນິກ, ຜະລິດ
ເຄື່ອງອາໄຫຼ່, ຊ້ອມແປງພາຫະນະໃຫ້ສໍາເລັດຕາມແຜນການ, ຕ້ອງເຊື່ອມຊຶມກຳແໜ້ນ ແລະ ປະຕິບັດຖືກຕ້ອງແນວທາງການຕ່າງປະເທດຂອງພັກ, ເພີ່ມທະວີການພົວ
ພັນຮ່ວມມືກັບກອງທັບບັນດາປະເທດອ້າຍນ້ອງ ແລະ ເພື່ອນມິດ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບສາກົນ.

     ທັງໝົດນີ້ ກໍເພື່ອເປັນທິດທາງໃຫ້ແກ່ບັນດາຄະນະພັກ-ຄະນະບັນຊາກົມກອງຕ່າງໆໄດ້ນໍາໄປຈັດຕັ້ງປະຕິບັດໃຫ້ປາກົດຜົນສຳເລັດສູງກວ່າເກົ່າ ເພື່ອເຮັດໃຫ້ການຈັດ
ຕັ້ງປະຕິບັດແຜນວຽກຈຸດສຸມໃນປີ 2019 ໃຫ້ສໍາເລັດຕາມແຜນການ, ເຮັດໃຫ້ຂົງເຂດວຽກງານປ້ອງກັນຊາດມີການຫັນປ່ຽນທີ່ກ້າວໜ້າເດັ່ນຊັດຂຶ້ນຢ່າງຈະແຈ້ງ.