ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກວດກາກະຊວງປ້ອງກັນປະເທດ ລົງກວດກາໂຄງການກໍ່ສ້າງເສັ້ນທາງ

     ນັບແຕ່ວັນທີ 23-24 ມັງກອນ 2017 ນີ້, ຄະນະສະເພາະກິດກະຊວງປ້ອງກັນປະເທດ ເຊິ່ງນຳໂດຍທ່ານ ພົນຈັດຕະວາ ວຽງແກ້ວ ແພງສົມບັດ ຫົວ
ໜ້າກົມກວດກາ, ກະຊວງປ້ອງກັນປະເທດ ພ້ອມດ້ວຍທິມງານ ກວດກາທາງພາກລັດ ແລະບໍລິສັດ ໄດ້ພ້ອມກັນລົງກວດຄືນເບິ່ງບັນດາເສັ້ນທາງນັບແຕ່
ເສັ້ນທາງບ້ານໜອງຄ້າງຮອດເມືອງແອດ ແລະເສັ້ນທາງນັບແຕ່ທ່າບັກບ້ານສົບສານຮອດກຸ່ມບ້ານລາວຮຸ່ງ-ພຽງສາ-ຖຳ້ແມ.

                                
                                                                        ທ່ານພົນຈັດຕະວາ ວຽງແກ້ວ ແພງສົມບັດ ໄດ້ລົງກວດກາໂຄງການກໍ່ສ້າງເສັ້ນທາງ

     ຜ່ານການກວດກາຄືນແຕ່ລະຈຸດເຫັນວ່າການຈັດສັນໜ້າທາງ, ການອອກແບບວາງທໍ່ກົມ, ການກໍ່ສ້າງທໍ່ດາໂລ, ກໍ່ສ້າງຂົວເບເລ, ການຄິດໄລ່ດິນຕັດ
ແມ່ນຖືກຕ້ອງຕາມການອອກແບບໂຄງການດັ່ງກ່າວເປັນໂຄງການໃນແຜນສະພາແຫ່ງຊາດ ໄດ້ຮັບຮອງໄລຍະເວລາໃນການກໍ່ສ້າງແມ່ນເລີ່ມແຕ່ເດືອນທັນ
ວາ 2010 ຫາ ເດືອນທັນວາ 2013 ໄດ້ສຳເລັດໂດຍແມ່ນບໍລິສັດບຸນທະວີຊັບກໍ່ສ້າງ ແລະສ້ອມແປງເຄຫາສະຖານເປັນຜູ້ຮັບ ເໝົາກໍ່ສ້າງລວມມູນຄ່າການ
ກໍ່ສ້າງທັງໝົດ 82 ຕື້ 800 ລ້ານກີບ. ທັງນີ້ກໍເພື່ອເປັນການກວດກາຄືນບັນດາໂຄງການກໍ່ເສັ້ນທາງໃຫ້ຖືກຕ້ອງຕາມແບບແຜນຂອງລັດຖະບານວາງອອກ
ແລະໃຫ້ເດີນແໜ້ນແລ່ນສະດວກໃນສະເພາະໜ້າ ແລະຍາວນານ.