ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງອັດຕະປືລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປ

     ໃນວັນທີ 20 ມັງກອນ 2017 ນີ້, ກອງບັນຊາການທະຫານແຂວງອັດຕະປື ຈັດພິທີລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ
(20/1/1949-20/1/2017) ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາມ ວິຍະເກດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆອັດ
ຕະປື, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ເຈົ້າເມືອງພະນັກງານອາວຸໂສບຳນານຕະຫຼອດນາຍ ແລະພົນທະຫານເຂົ້າຮ່ວມຢ່າງຫຼວງຫຼາຍ.

                                
                                                                 ທ່ານ ປອ ນາມ ວິຍະເກດ ເປັນປະທານພິທີລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 68 ປີ

     ໃນພິທີ ພັນເອກ ໂຊກໄຊ ພິມມະລາ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື ຂຶ້ນກ່າວປາໄສທົບທວນຄືນ
ປະຫວັດມູນເຊື້ອແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ 68 ປີຜ່ານມາ ໄດ້ເຕີບໃຫຍ່ຂະຫຍາຍຕົວຜ່ານຂະບວນການຕໍ່ສູ້ກູ້ຊາດຍາດເອົາເອກະລາດແຫ່ງ
ຊາດຂອງປະຊາຊົນລາວ, ໃນພິທີ ທ່ານ ປອ ນາມ ວິຍະເກດ ໄດ້ກ່າວສູນທອນພົດສັນລະເສີນກອງທັບ ຄົບຮອບ 68 ປີ ເຕັມໄປດ້ວຍວີລະກຳ ແລະຜົນ
ງານອັນລຳ້ເລີດ, ຊົມເຊີຍຜົນງານຂອງກຳລັງທະຫານທ້ອງຖິ່ນແຂວງອັດຕະປືໄລຍະຜ່ານມາທີ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດຕິດ
ພັນກັບການຫັນລົງກໍ່ສ້າງຮາກຖານການເມືອງເອົາໃຈໃສ່ເຄື່ອນໄຫວປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອດຮາກຖານ ປະກອບສ່ວນ
ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນແຂວງໃຫ້ຫຼຸດລົງເປັນແຕ່ລະໄລຍະ ເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ ນອກນັ້ນກຳລັງປະກອບອາ
ວຸດທ້ອງຖິ່ນແຂວງອັດຕະປືກໍໄດ້ເຄື່ອນໄຫວປ້ອງກັນຊາຍແດນເຂດຈຸດຍຸດທະສາດຫ່າງໄກສອກຫຼີກຈັດຕັ້ງລົງຮາກຖານກຸ່ມບ້ານ ເພື່ອຈັດຕັ້ງກຳລັງກອງ
ຫຼອນກອງປ້ອງກັນຕົວແຕ່ລະກຸ່ມບ້ານເພື່ອເຮັດໃຫ້ຮາກຖານປະຊາຊົນມີຄວາມເຂັ້ມແຂງ ມີສະຕິສູງຕໍ່ການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ
ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.