ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ຈັດກອງປະຊຸມເຜີຍແຜ່
ວຽກງານປັບປຸງໂຄງປະກອບການຈັດຕັ້ງ ແລະ ຈຳນວນພົນ

     ໃນວັນທີ 26 ມັງກອນ 2017 ນີ້, ກົມໃຫຍ່ການເມືອງກອງທັບໄດ້ຈັດກອງປະຊຸມເຜີຍແຜ່ທິດຊີ້ນຳວຽກງານປັບປຸງໂຄງປະກອບການຈັດຕັ້ງ, ຕຳແໜ່ງ
ງານ ແລະຈຳນວນພົນຂອງກົມໃຫຍ່ການເມືອງກອງທັບ. ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ ມີບັນດາຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະວິຊາການທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

                                
                                                   ທ່ານພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານກອງປະຊຸມເຜີຍແຜ່ວຽກງານປັບປຸງໂຄງປະກອບການຈັດຕັ້ງ ແລະ ຈຳນວນພົນ

     ໂດຍປະຕິບັດຕາມເນື້ອໃນຈິດໃຈມະຕິກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ III ສະບັບທີ
414/ຄພກຊ, ລົງວັນທີ 11/02/2014 ວ່າດ້ວຍການແກ້ໄຂກຳ ລັງພົນທົ່ວກອງທັບໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໄລຍະໃໝ່, ເພື່ອປະຕິບັດ
ຕາມແຜນການປັບປຸງໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະກຳນົດຈຳນວນພົນຂອງກົມໃຫ່ຍການເມືອງກອງທັບແຕ່ປີ 2016 ເຖິງປີ 2020 ເຊິ່ງ
ໄດ້ຜ່ານອະນຸມັດໂຄງປະກອບການຈັດຕັ້ງຈຳນວນພົນຂອງອົງການກົມໃຫ່ຍການເມືອງກອງທັບ ຈາກລັດຖະມົນຕີກະຊວງປ້ອງກັນປະເທດ ແລະໄດ້ຮັບອະ
ນຸມັດໂຄງປະກອບການຈັດຕັ້ງບັນດາ ກອງຂຶ້ນກັບ ຈາກຫົວໜ້າກົມໃຫ່ຍເສນາທິການກອງທັບ ແລະປະຕິບັດຕາມການຊີ້ນຳຂອງສະຫາຍຫົວໜ້າກົມໃຫ່ຍ
ການເມືອງກອງທັບຕໍ່ບັນດາກົມ, ຫ້ອງການ ແລະກອງທີ່ຂຶ້ນກັບກົມໃຫ່ຍການເມືອງກອງທັບໃຫ້ເອົາ ໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນຳພາ
ແນວຄິດກ່ຽວກັບການເລືອກເຟັ້ນ ແລະຈັດຕັ້ງປະກອບບຸຄະລາກອນທີ່ມີຄວາມຮູ້-ຄວາມສາມາດເຂົ້າໃສ່ໂຄງປະກອບການຈັດຕັ້ງ ແລະຕຳແໜ່ງງານໃຫ້
ຖືກຕ້ອງເໝາະສົມຕາມຈຸດພິເສດທີ່ຕັ້ງພາລະບົດບາດຂອງແຕ່ລະຫົວໜ່ວຍອົງການກົມກອງ. ການປັບປຸງໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະຈຳ
ນວນພົນແມ່ນວຽກໜຶ່ງທີ່ສຳຄັນ ແລະພົວພັນເຖິງການຈັດຕັ້ງນຳພາ, ບັນຊາ ແລະການບໍລິຫານວຽກງານຂອງບັນດາກົມ, ຫ້ອງການ ແລະກອງທີ່ຂຶ້ນກັບ
ກົມໃຫ່ຍການເມືອງກອງທັບ, ຮັບປະກັນເຮັດໃຫ້ການຈັດຕັ້ງປະກອບບຸຄະລາກອນມີຄຸນນະພາບ, ຖືກຄົນ, ຖືກວຽກ, ຍົກສູງຄວາມສາມາດເຄື່ອນໄຫວ
ເຮັດວຽກງານໄດ້ດີ ແລະເປັນເສນາທິການໃຫ້ແກ່ກະຊວງປ້ອງກັນປະເທດໃນວຽກງານດັ່ງກ່າວ.