ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2016

     ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2016 ແລະວາງທິດທາງແຜນການ 2017 ຂອງຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນ
ວັນທີ 27 ມັງກອນ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຄະນະປະ
ຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ບັນດາຫົວໜ່ວຍ ລັດວິສາຫະກິດ ແລະບັນດາ
ກົມກອງທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

                                
                                                                      ທ່ານພົນຈັດຕະວາ ຄຳສີ ວົງຄຳຊາວ ມອບໃບຢັ້ງຢືນກອງ 3 ປອດໃຫ້ກົມກອງທີ່ໄດ້ຮັບໃບຢັ້ງຢືນຢ່າງສົມກຽດ

     ພັນເອກ ຄຳມ່ວນ ເລື່ອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານຂອງຫ້ອງວ່າການກະຊວງ
ໃນ 1 ປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ ບົນພື້ນຖານໄດ້ຕັ້ງໜ້າປະຕິບັດໜ້າທີ່ມອບ
ໝາຍດ້ວຍຄວາມຮັບຜິດຊອບສູງໃນພາລະບົດບາດທີ່ເປັນເສນາທິການຊ່ວຍວຽກໃຫ້ແກ່ຄະນະພັກ ແລະຄະນະນຳກະຊວງປ້ອງປະເທດດ້ວຍຄວາມທຸ້ມ
ເທ, ຄວາມຕັດສິນໃຈສູງ ແລະມີຜົນສຳເລັດເປັນຢ່າງດີ ອັນພົ້ນເດັ່ນແມ່ນການຄົ້ນຄວ້າຫັນບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ມະຕິຂອງ
ກົມການເມືອງສູນກາງພັກ, ມະຕິ-ຄຳສັ່ງຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະມະຕິຂອງຄະນະພັກກະຊວງ, ເປັນທິດທາງວຽກ
ງານ ປ້ອງກັນຊາດ ແລະສະຫຼຸບ-ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ນອກນັ້ນຍັງຕິດຕາມຄະນະປະຈຳພັກກະຊວງປ້ອງກັນປະເທດ
ລົງຮັບສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວກອງທັບ ປະຈຳແຕ່ລະໄຕມາດຂຽນບົດສະຫຼຸບປະຈຳອາທິດ, ປະຈຳເດືອນ ແລະປະຈຳປີສົ່ງໃຫ້ຄະນະ
ນຳກະຊວງ, ຫ້ອງວ່າການສູນກາງ ແລະຄະນະເລຂາທິການສູນກາງພັກ ຈຳນວນ 200 ກວ່າສະບັບ ແລະບັນດາບົດຄຳເຫັນຕ່າງໆຫຼາຍກວ່າ 150 ບົດ,
ນອກນັ້ນຍັງໄດ້ເອົາໃຈໃສ່ຊີ້ນຳບັນດາກົມກອງທີ່ຂຶ້ນກັບເອົາໃຈໃສ່ປັບປຸງກໍ່ສ້າງກົມກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃຫ້ມີຄວາມໜັກແໜ້ນ, ເຂັ້ມ
ແຂງ ພະນັກງານ-ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ. ນອກນີ້ຂະບວນການກໍ່ສ້າງກອງ 3 ປອດໃນປີຜ່ານມາ ທົ່ວຫ້ອງວ່າການກະຊວງປ້ອງ
ກັນປະເທດສາມາດຄັດເລືອກກົມກອງ 3 ປອດ (ປອດໃສ-ປອດໄພ-ປອດຄະດີ) ໄດ້ 21 ກົມກອງ ເທົ່າກັບ 100%, ພ້ອມທັງໄດ້ຈັດຕັ້ງພິທີມອບໃບ
ຢັ້ງຢືນກອງ 3 ປອດ ໃຫ້ກົມກອງທີ່ໄດ້ຮັບໃບຢັ້ງຢືນຢ່າງສົມກຽດ.