ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວເດີນອາກາດສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 15 ປີ

     ການສະເຫຼີມສະຫຼອງວັນສ້າງຕັ້ງລັດວິສາຫະກິດລາວເດີນອາກາດ ຄົບຮອບ 15 ປີ (24 ມັງກອນ 2002-24 ມັງກອນ 2017) ຈັດຂຶ້ນໃນຕອນບ່າຍ
ວັນທີ 24 ມັງກອນ 2017, ທີ່ສະໂມສອນກອງພັນໃຫຍ່ 703 ໂດຍການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ທັງເປັນປະທານສະພາບໍລິຫານລັດວິສາຫະກິດລາວເດີນອາກາດ, ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ລັດຕະນະ
ມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ພະນັກງານບໍານານ, ພະນັກງານຈາກອົງການ, ກົມກອງອ້ອມຂ້າງ ແລະແຂກຖືກເຊີນ
ເຂົ້າຮ່ວມ.

                                
                                                                       ທ່ານພົນຕີ ອ່ອນສີ ແສນສຸກ ເປັນປະທານສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 15 ປີ ລາວເດີນອາກາດ

     ພັນເອກ ບຸນມາ ຈັນທະວົງສາ ຄະນະສະພາບໍລິຫານ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ ຂຶ້ນກ່າວປາໄສໃນງານສະເຫຼີມສະຫຼອງວັນສ້າງ
ຕັ້ງ ຄົບຮອບ15 ປີ ວ່າ: ລາວເດີນອາກາດເປັນວິສາຫະກິດລັດລົງ ທຶນ 100%, ສ້າງຕັ້ງຂຶ້ນໂດຍສອດຄ່ອງກັບແນວທາງຂອງພັກ ແລະນະໂຍບາຍຂອງ-ລັດ
ຖະບານຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ, ນຳໃຊ້ຄວາມສາ ມາດບົ່ມຊ້ອນຂອງເຫຼົ່າຮົບທະ
ຫານອາກາດກອງທັບປະຊາຊົນລາວ ໃນຍາມສັນຕິພາບດຳເນີນທຸລະກິດຂະແໜງບໍລິການຂົນສົ່ງທາງອາກາດຮັບໃຊ້ສັງຄົມ. ກອງປະຊຸມສະພາບໍລິຫານ
ຄັ້ງວັນທີ 8/8/2006 ໄດ້ຮັບຮອງເອົາວັນທີ 24/1/2002 ເປັນມື້ສ້າງຕັ້ງວິສາຫະກິດລາວເດີນອາກາດທ່າມກາງວິກິດການທາງດ້ານເສດຖະກິດຂອງພາກ
ພື້ນຢ່າງໜັກໜ່ວງ.

     ໂອກາດດັ່ງກ່າວ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ໃຫ້ກຽດໂອ້ລົມເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນ 15 ປີຜ່ານມາ, ທັງ
ໄດ້ເນັ້ນໜັກບາງບັນຫາຕໍ່ບັນດາພະນັກງານ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ການປັບປຸງການຈັດຕັ້ງ, ປັບປຸງທຸລະກິດ, ເພີ່ມທະວີ
ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນສີວິໄລ ສ້າງ
ສາຍການບິນລາວເດີນອາກາດໃຫ້ກາຍເປັນສາຍການບິນຂອງລາວ ທີ່ເປັນຄວາມພາກພູມ ໃຈຂອງຄົນລາວຕາມທີ່ໃຫ້ຄວາມຫວັງໄວ້.