ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງປະທານສະພາແຫ່ງຊາດ ລົງພົບປະຢ້ຽມຢາມກອງພັນໃຫຍ່ 479

     ໃນວັນທີ 28 ມັງກອນ 2017 ນີ້, ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະ
ແລະພະນັກງານລັດຖະກອນສັງກັດສະພາແຫ່ງຊາດ ຈຳນວນ 100 ກວ່າຄົນ ໄດ້ລົງພົບປະຢ້ຽມຢາມ, ມອບເຄື່ອງຊ່ວຍເຫຼືອ ແລະແຂ່ງຂັນກີລາເປຕັງມິດຕະ
ພາບກັບຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບກອງພັນໃຫຍ່ 497 ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະສະໜິດສະໜົມຈາກ ພັນເອກ ອຸດອນ
ອ້ວນສັກດາ ເລຂາຄະນະພັກ, ຫົວໜ້າການທະຫານກອງພັນໃຫຍ່ 497 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບໃນທົ່ວກອງພັນ
ໃຫຍ່ 497.

                                
                                                                     ທ່ານພົນໂທ ແສງນວນ ໄຊຍະລາດ ລົງພົບປະຢ້ຽມຢາມກອງພັນໃຫຍ່ 479

     ການລົງພົບປະຢ້ຽມຢາມຂອງຄະນະນຳ ແລະພະນັກງານລັດຖະກອນສະພາແຫ່ງຊາດໃນຄັ້ງນີ້ ກໍເພື່ອເປັນການຊົມເຊີຍ ແລະຊຸກຍູ້ຈິດໃຈປະຕິວັດຂອງ
ອ້າຍນ້ອງທະຫານ, ພະນັງການ-ນັກຮົບ ແລະຢູ່ໃນບັນຍາກາດຂອງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃຫ້ມີບັນຍາ
ກາດຟົດຟື້ນ ແລະເປັນຂະບວນກວ້າງຂວາງ, ພ້ອມດຽວກັນນີ້, ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນກີລາ, ຢາປົວພະຍາດ ແລະ ອື່ນໆ ລວມ
ມູນຄ່າ 15 ລ້ານກີບ, ພ້ອມດ້ວຍເງິນສົດ 10 ລ້ານກີບ ມາມອບໃຫ້ແກ່ພະນັກງານ-ນັກຮົບກອງພັນໃຫຍ່ 497 ຕື່ມອີກ, ຫຼັງຈາກນັ້ນ, ຄະນະນຳ ແລະພະ
ນັກງານລັດຖະກອນສະພາແຫ່ງຊາດ ຍັງໄດ້ຮັບຊົມລາຍການສະແດງສິລະປະຍຸດ-ຍຸດທະວິທີ, ມວຍປ້ອງກັນຕົວ ແລະຂ້າມຜ່ານສິ່ງກີດຂວາງ, ຢ້ຽມຢາມ
ເບິ່ງພື້ນຖານການຜະລິດຄ້າຍຄູ, ອາຄານສຳນັກງານ, ແຂ່ງຂັນກີລາ, ຊົມການສະແດງແລກປ່ຽນສິລະປະ-ວັນນະຄະດີ ແລະຮ່ວມພາເຂົ້າສາມັກຄີຢ່າງເບີກ
ບານມ່ວນຊື່ນຕື່ມອີກ.