ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກອງພົນທີ 2 ລົງຢ້ຽມຢາມພະນັກງານແພດໝໍ ແລະ ຄົນເຈັບຢູ່ໂຮງໝໍ

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ຄະນະກອງພົນທີ 2 ໄດ້ລົງຢ້ຽມ ຢາມພົບປະໂອ້ລົມພະນັກງານແພດໝໍ ແລະ
ຢ້ຽມຢາມຄົນເຈັບຢູ່ໂຮງໝໍກອງພົນ (ກອງພັນ 224) ເຊິ່ງນຳໂດຍ ພັນເອກ ພັນແສງ ບຸນພັນ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2 ພ້ອມ
ດ້ວຍຄະນະ ໂດຍມີ ພັນໂທ ບຸນລອດ ອູ່ທອງຄຳ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 224 (ໂຮງໝໍ) ພ້ອມດ້ວຍພະນັກ ງານແພດ
ໝໍໃຫ້ການຕ້ອນຮັບ.

                                
                                                                       ທ່ານ ພັນເອກ ພັນແສງ ບຸນພັນ ໄດ້ລົງຢ້ຽມຢາມພະນັກງານແພດໝໍ ແລະ ຄົນເຈັບຢູ່ໂຮງໝໍ

     ພັນໂທ ພູວິໄລ ພູມສະຫວັດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບວຽກງານດ້ານຕ່າງໆຂອງໂຮງໝໍ ໃນນັ້ນດ້ານວຽກງານປິ່ນປົວປະກັນສຸຂະພາບ ສືບຕໍ່ປະ
ຕິບັດຕາມຂໍ້ຕົກລົງ ແລະລະບຽບກ່ຽວກັບການຮັບປະກັນ ແລະປິ່ນປົວສຸຂະພາບແບບມອບເໝົາໃຫ້ຖືກຕ້ອງສອດຄ່ອງຕາມເງື່ອນໄຂຕົວຈິງ ແນໃສ່ບໍລິ
ການປິ່ນປົວໃຫ້ມີຄຸນນະພາບດີໃຫ້ຜູ້ເກີດສິດໄດ້ຮັບການປິ່ນປົວຖືກຕ້ອງທົ່ວເຖິງ, 1 ປີຜ່ານມາສາມາດປິ່ນປົວໄດ້ດັ່ງນີ້: ຮັບຄົນເຈັບທັງໝົດ 11.664
ເທື່ອຄົນ, ຄົນກວດເຂດນອກ 5.607 ເທື່ອຄົນ, ຄົນເຈັບນອນໃນ 5.582 ເທື່ອຄົນ, ຄົນເຈັບສຸກເສີນ 837 ເທື່ອຄົນ, ປິ່ນປົວດີ 4.802 ເທື່ອຄົນ,
ສົ່ງໂຮງໝໍອື່ນ 64 ເທື່ອຄົນ, ຜ່າຕັດ 62 ເທື່ອຄົນ.

     ໃນໂອກາດດັ່ງກ່າວນີ້ ສະຫາຍຫົວໜ້າການເມືອງກອງພົນ ກໍໄດ້ກ່າວຄຳສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບ
ຮົມການເມືອງນຳພາແນວຄິດ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ຮັກສາຈັນຍາບັນ ແລະມູນເຊື້ອອັນດີງາມຂອງແພດປະຕິວັດໃຫ້ດີ, ເອົາ
ໃຈໃສ່ສຶກສາຄົ້ນຄວ້າຮ່ຳ ຮຽນດ້ານເຕັກນິກວິຊາສະເພາະຂອງຕົນໃຫ້ມີຄວາມຊຳນິຊຳນານເຂົ້າໃນການປິ່ນປົວ, ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູທີ່ຢູ່ອາໄສ
ໃຫ້ມີຄວາມເປັນລະບຽບຈົບງາມ. ພ້ອມນັ້ນສະຫາຍກໍໄດ້ລົງຢ້ຽມຢາມພະນັກງານ-ນັກຮົບ ແລະພໍ່ແມ່ປະຊາຊົນຄົນເຈັບທີ່ມານອນປິ່ນປົວໃນໂຮງໝໍ.