ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານສູນກາງແນວລາວສ້າງຊາດຢ້ຽມຢາມກອງພົນທີ 1

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ ແລະວັນສ້າງຕັ້ງກອງພົນທີ 1 ຄົບຮອບ 32 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ,
ໃນວັນທີ 28 ມັງກອນ 2016 ນີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ລົງເຄື່ອນ
ໄຫວຢ້ຽມຢາມ ແລະເຮັດວຽກຢູ່ກອງພົນທີ 1, ໂດຍມີເຈົ້າແຂວງໆວຽງຈັນ ແລະຕາງໜ້າກະຊວງປ້ອງກັນປະເທດ ພ້ອມຄະນະເຂົ້າຮ່ວມ ໂດຍການຕ້ອນ
ຮັບຢ່າງສົມກຽດຂອງ ພັນເອກ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 1 ພ້ອມຄະນະ.

                                
                                                                                            ປະທານສູນກາງແນວລາວສ້າງຊາດຢ້ຽມຢາມກອງພົນທີ 1

     ພັນເອກ ແສງຍືນ ລັດສະໝີ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບທົ່ວກົມກອງ ກໍໄດ້ລາຍງານສະພາບການເຄື່ອນໄຫວປະຕິ
ບັດໜ້າທີ່ຕາມພາລະບົດບາດ, ຂອບເຂດ, ສິດ, ໜ້າທີ່ ແລະການປັບປຸງກໍ່ສ້າງກົມກອງໃນຮອບດ້ານຂອງກົມກອງຕໍ່ປະທານແນວລາວສ້າງຊາດ ພ້ອມຄະນະ
ໄດ້ຮັບຊາບໂດຍສັງເຂບ. ຈາກນັ້ນກໍໄດ້ຮັບຟັງການໂອ້ລົມ ແລະຊີ້ນໍາຂອງ ທ່ານ ໄຊສົມພອນ ພົມວິຫານ ກ່ອນອື່ນທ່ານ ກໍໄດ້ກ່າວສະແດງຄວາມຊົມເຊີຍ
ຕໍ່ຜົນສໍາເລັດໃນການເຮັດໜ້າທີ່ການເມືອງຂອງກອງພົນທີ 1 ແລະໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະ
ໜົມຈາກສູນກາງພັກ ແລະລັດຖະບານມາຍັງນາຍ ແລະພົນທະຫານທົ່ວກອງພົນທີ 1. ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ
ເອົາໃຈໃສ່ອອກແຮງ, ສຸມທຸກຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນເງື່ອນໄຂໃໝ່ ແລະສືບຕໍ່ຜັນຂະຫຍາຍເນື້ອໃນມະຕິ
ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ຢ່າງເປັນຂະບວນການກວ້າງຂວາງ ແລະມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ, ເອົາໃຈໃສ່ຍົກສູງສະຕິລະວັງຕົວໃນການ
ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ. ສົມທົບແໜ້ນວຽກງານປ້ອງກັນຊາດ, ປ້ອງ
ກັນຄວາມສະຫງົບ ໂດຍການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃຫ້ເຂົ້າສູ່ລວງເລິກ. ສຸມໃສ່ຕອບຕ້ານກົນອຸບາຍຫັນປ່ຽນ
ໂດຍສັນຕິຂອງບັນດາກໍາລັງອິດທິປໍລະປັກ, ປັບປຸງພາຍໃນໃຫ້ໜັກແໜ້ນເຂັ້ມແຂງ. ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມຂອງຕົນ. ເອົາໃຈໃສ່ຕັ້ງໜ້າ
ປະກອບສ່ວນຊ່ວຍເຫຼືອກໍາລັງທ້ອງຖິ່ນ. ສຸມທຸກເງື່ອນໄຂຄວາມສາມາດເພື່ອກ້າວໄປເຖິງການກຸ້ມຕົນເອງເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງຢ່າງຮອບດ້ານ ໂດຍອາໄສທ່າແຮງບົ່ມຊ້ອນຂອງກົມກອງ, ອອກແຮງຊ່ວຍເຫຼືອປະຊາຊົນໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະວັດທະນະທໍາ
ໃຫ້ນັບມື້ນັບດີຂຶ້ນ. ເອົາໃຈໃສ່ເປີດກວ້າງການຮ່ວມມືສາກົນຕາມແນວທາງການຕ່າງປະເທດຂອງພັກ ແລະເພີ່ມພູນຄູນສ້າງ ສາຍສໍາພັນສູ້ຮົບກັບກອງ
ທັບຫວຽດນາມຕາມເງື່ອນໄຂໃໝ່. ສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດຂອງຊາດ, ຂອງກອງທັບຜ່ານຜ່າຄວາມຫຍຸ້ງຍາກ ແລະອຸປະສັກນາໆ
ປະການປະກອບສ່ວນສ້າງຜົນງານ ແລະໄຊຊະນະໃໝ່ໃຫຍ່ຫຼວງກ່ວາເກົ່າ. ເພື່ອສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະວັດທະນາ ຖາ
ວອນ. ກໍຄືສ້າງກອງທັບ, ສ້າງກົມກອງໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນສູ່ແບບແຜນທັນສະໄໝ.

     ໃນໂອກາດດັ່ງກ່າວນີ້, ປະທານແນວລາວສ້າງຊາດ ກໍໄດ້ມອບວັດຖຸປັດໄຈເຊັ່ນ: ເຄື່ອງຫຼິ້ນກີລາ, ເຄື່ອງອຸປະໂພກ, ບໍລິໂພກຈໍານວນໜຶ່ງ ມູນຄ່າ 65
ລ້ານກີບ ມອບໃຫ້ແກ່ກອງພົນທີ I ອີກດ້ວຍ.